ຊາວ ຫວຽດນາມ ຢູ່ ອິນເດຍ ແລະ Nepal ມຸ່ງໄປເຖິງເຂດໝູ່ເກາະທະເລແຫ່ງ ບ້ານເກີດເມືອງນອນ

(VOVWORLD) - ນີ້ແມ່ນການເຄື່ອນໄຫວແທດຈິງ ທີ່ສະແດງນ້ຳໃຈ ແລະ ເພື່ອແນໃສ່ເສີມຂະຫຍາຍກຳລັງແຮງທາງດ້ານຈິດໃຈ, ສາມັກຄີຂອງບັນດາພະນັກງານ, ສະມາຊິກພັກໃນສະຖານທູດ, ບັນດາອົງການອ້ອມຂ້າງສະຖານທູດ, ພະສົງສຳມະເນັນ, ຊາວ ຫວຽດນາມ ອາໄສຢູ່ ອິນເດຍ ແລະ Nepal

ຊາວ ຫວຽດນາມ ຢູ່ ອິນເດຍ ແລະ Nepal ມຸ່ງໄປເຖິງເຂດໝູ່ເກາະທະເລແຫ່ງ ບ້ານເກີດເມືອງນອນ - ảnh 1 ການປະກອບເງິນສະໜັບສະໜູນຂອງຜູ້ແທນເຂົ້າຮ່ວມພິທີ

(ພາບ: Vietnam+)

ວັນທີ 26 ມິຖຸນາ, ຢູ່ນະຄອນຫຼວງຂອງ ອິນເດຍ, ສະຖານທູດ ຫວຽດນາມ ໄດ້ຈັດຕັ້ງພິທີປຸກລະດົມຂະບວນການ “ມຸ່ງໄປເຖິງເຂດທະເລ, ໝູ່ເກາະ ແຫ່ງບ້ານເກີດເມືອງນອນ”. ເຂົ້າຮ່ວມພິທີ ມີທ່ານ ໂຕນຊີງແທ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ທັງຮັບຜິດຊອບ Nepal ແລະ Bhutan, ບັນດາພະນັກງານ, ສະມາຊິກພັກຂອງສະຖານທູດ ແລະ ບັນດາອົງການອ້ອມຂ້າງສະຖານທູດ. ນີ້ແມ່ນການເຄື່ອນໄຫວແທດຈິງ ທີ່ສະແດງນ້ຳໃຈ ແລະ ເພື່ອແນໃສ່ເສີມຂະຫຍາຍກຳລັງແຮງທາງດ້ານຈິດໃຈ, ສາມັກຄີຂອງບັນດາພະນັກງານ, ສະມາຊິກພັກໃນສະຖານທູດ, ບັນດາອົງການອ້ອມຂ້າງສະຖານທູດ, ພະສົງສຳມະເນັນ, ຊາວ ຫວຽດນາມ ອາໄສຢູ່ ອິນເດຍ ແລະ Nepal, ນັກຮຽນ, ນັກສຶກສາພວມຮ່ຳຮຽນຢູ່ອິນເດຍ ແລະ Nepal ສຳລັບເຂດທະເລ, ໝູ່ເກາະຂອງບ້ານເກີດເມືອງນອນ. ທີ່ພິທີປຸກລະດົມ, ບັນດາຜູ້ແທນເຂົ້າຮ່ວມປະກອບສ່ວນຢ່າງໜ້ອຍສຸດແມ່ນຄ່າແຮງງານມື້ໜຶ່ງເພື່ອສະໜັບສະໜູນບັນດາກຳລັງພວມປະຕິບັດໜ້າທີ່ຮັກສາ ອະທິປະໄຕຂອງປະເທດຊາດບົນທະເລ. ລາຍການ “ມຸ່ງໄປເຖິງເຂດທະເລ, ໝູ່ເກາະ ແຫ່ງບ້ານເກີດເມືອງນອນ” ຢູ່ ອິນເດຍ ແລະ Nepal ແກ່ຍາວຮອດຕົ້ນເດືອນ ກັນຍາ 2017.

ຕອບກັບ

ຂ່າວ/ບົດ​ອື່ນ