ຊາວ ຫວຽດນາມ ອາໄສຢູ່ ລາວ ຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ປະຊາຊົນເຂດຖືກນ້ຳຖ້ວມຢູ່ແຂວງ ສະຫວັນນະເຂດ

(VOVWORLD) - ພະມະຫາອາຈານ ທິກກວາງມິງ ໄດ້ຕາງໜ້າຄະນະຢື້ຢາມຖາມຂ່າວດ້ວຍຄວາມໂອບເອື້ອອາລີ ແລະ ແບ່ງປັນກັບອຳນາດການປົກຄອງເມືອງ ເຊໂປນ ກ່ຽວກັບຜົນເສຍຫາຍດັ່ງກ່າວ. 
ຊາວ ຫວຽດນາມ ອາໄສຢູ່ ລາວ ຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ປະຊາຊົນເຂດຖືກນ້ຳຖ້ວມຢູ່ແຂວງ ສະຫວັນນະເຂດ - ảnh 1 ຊາວ ຫວຽດນາມ ອາໄສຢູ່ ລາວ ຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ປະຊາຊົນເຂດຖືກນ້ຳຖ້ວມຢູ່ແຂວງ ສະຫວັນນະເຂດ

  ໃນລະຫວ່າງວັນທີ 27 – 29 ຕຸລາ, ຄະນະອາສາສະໝັກທຳການກຸສົນຂອງປະຊາຄົມຊາວ ຫວຽດນາມ ຢູ່ນະຄອນຫລວງ ວຽງຈັນ ໂດຍພະອາຈານໃຫຍ່ ທິກມິງກວາງ - ຫົວໜ້າຄະນະປະສານງານພຸດທະສາສະໜາ ຫວຽດນາມ ປະຈຳ ລາວ, ເຈົ້າອະທິການວັດ ເຟີດຕິກ ວຽງຈັນ ໄດ້ນຳໜ້າລົງຢື້ຢາມຖາມຂ່າວ ແລະ ມອບຂອງຂວັນ, ໜູນຊ່ວຍປະຊາຊົນເຂດຖືກນ້ຳຖ້ວມຢູ່ແຂວງ ສະຫວັນນະເຂດ - ພາກກາງລາວ.

        ຄະນະອາສາສະໝັກທຳການກຸສົນຂອງປະຊາຄົມຊາວ ຫວຽດນາມ ຢູ່ນະຄອນຫລວງ ວຽງຈັນ ໄດ້ລົງຢື້ຢາມຖາມຂ່າວພໍ່ແມ່ປະຊາຊົນເມືອງ ເຊໂປນ, ເຊິ່ງແມ່ນໜຶ່ງໃນຈຳນວນ 8 ເມືອງທີ່ຖືກເສຍຫາຍຢ່າງໜັກໜ່ວງຍ້ອນໄພນ້ຳຖ້ວມທີ່ເກີດຂຶ້ນໃນກາງເດືອນຕຸລາ ຜ່ານມາ. ພະມະຫາອາຈານ ທິກກວາງມິງ ໄດ້ຕາງໜ້າຄະນະຢື້ຢາມຖາມຂ່າວດ້ວຍຄວາມໂອບເອື້ອອາລີ ແລະ ແບ່ງປັນກັບອຳນາດການປົກຄອງເມືອງ ເຊໂປນ ກ່ຽວກັບຜົນເສຍຫາຍດັ່ງກ່າວ.  ຄະນະອາສາສະໝັກທຳການກຸສົນຂອງປະຊາຄົມຊາວ ຫວຽດນາມ ຢູ່ນະຄອນຫລວງ ວຽງຈັນ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ 260 ພູດໃຫ້ແກ່ປະຊາຊົນທີ່ຖືກເສຍຫາຍຢ່າງໜັກໜ່ວງຢູ່ 2 ບ້ານ ດົງນາຍ ແລະ ບ້ານ ແດນສະຫວັນ, ແຕ່ລະພູດມີມູນຄ່າປະມານ 300.000 ກີບ, ລວມມີ ເຂົ້າສານ, ໝີ່ສຳເລັດຮູບ, ປາກະປ໋ອງ, ເຄື່ອງບັນເທົາທຸກທີ່ຈຳເປັນ…ເພື່ອຊ່ວຍພໍ່ແມ່ປະຊາຊົນແກ້ໄຂຄວາມຫຍຸ້ງຍາກໃນເບື້ອງຕົ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ