ຊາວ ຮ່າໂນ້ຍ ໄປຊື້ເຄື່ອງຂອງບຸນເຕັດຢູ່ຕະຫຼາດນັດທີ່ມີມາຮ້ອຍປີ, ເປີດເທື່ອດຽວໃນປີ

(VOVWORLD) - ຕະຫຼາດນັດໄດ້ດຶງດູດປະຊາຊົນນັບພັນຄົນເຂົ້າຮ່ວມ, ບໍ່ພຽງແຕ່ແມ່ນປະຊາຊົນໃນໝູ່ບ້ານເທົ່ານັ້ນ, ຫາກຍັງບັນດາຜູ້ຢູ່ແຫ່ງໄກຈາກບ້ານເກີດເມືອງນອນ, ຢູ່ບ່ອນອື່ນກໍ່ກັບມາເຂົ້າຮ່ວມ.
ຊາວ ຮ່າໂນ້ຍ ໄປຊື້ເຄື່ອງຂອງບຸນເຕັດຢູ່ຕະຫຼາດນັດທີ່ມີມາຮ້ອຍປີ, ເປີດເທື່ອດຽວໃນປີ - ảnh 1ຕະຫຼາດນັດໝູ່ບ້ານ ມອກ

ຕອນເຊົ້າວັນທີ 6 ກຸມພາ, ກົງກັບວັນທີ 27 ເດືອນ 12 ໄລ່ຕາມຈັນທະປະຕິທິນ, ຕະຫຼາດນັດໝູ່ບ້ານ ມອກ (ກວານເຍີນ, ເມືອງ ແທັງຊວນ, ຮ່າໂນ້ຍ) ທີ່ມີມາ 100 ປີ ໄດ້ຈັດຂຶ້ນ. ພິເສດ, ຕະຫຼາດນັດແຫ່ງນີ້ໄດ້ເປີດເທືອດຽວໃນປີ ກົງກັບວັນທີ 27 ຂອງບຸນເຕັດເທົ່ານັ້ນ. ຕະໜາດນັດໄດ້ດຶງດູດປະຊາຊົນນັບພັນຄົນເຂົ້າຮ່ວມ, ທັງຊື້ - ຂາຍ, ທັງຮັບຊົມບັນຍາກາດທີ່ເປັນມູນເຊື້ອ, ລຽບງ່າຍ.

        ປ້າ ຫງວຽນທິລີ້, ອາຍຸ 70 ປີ, ໃຫ້ຮູ້ວ່າ: ນັບແຕ່ເວລາມາເປັນລູກໄພ້ໝູ່ບ້ານ ມອກ, ປີໃດ ປ້າກໍ່ໄດ້ເຂົ້າຮ່ວມຕະຫຼາດນັດທີ່ເປັນປະເພນີນີ້ ແລະ ຮັບຊົມບັນຍາກາດບຸນເຕັດ ທີ່ຟົດຟື້ນມ່ວນຊື່ນ:

        “ໄປຕະຫຼາດຊື້ເຄື່ອງຄົບທຸກຢ່າງແລ້ວ, ແຕ່ໄປຕະຫຼາດແຫ່ງນີ້ເພື່ອຊື້ ຜັກຫອມປ້ອມແກ່, ຕົ້ມໃສ່ນ້ຳເພື່ອໃຫ້ສະມາຊິກໃນຄອບຄົວອາບນ້ຳ ເພື່ອຕ້ອນຮັບບຸນເຕັດ. ຂ້າພະເຈົ້າໄດ້ໄປຫຼາຍເທື່ອ, ບັນຍາກາດຢູ່ຕະຫຼາດນັດແຫ່ງນີ້ເຮັດໃຫ້ພວກເຮົາທຸກຄົນ, ທັງຜູ້ເຖົ້າ ທັງຜູ້ໜຸ່ມຍິ່ງເບີກບານມ່ວນຊື່ນກ່ວາ”.

        ຕະຫຼາດນັດໄດ້ດຶງດູດປະຊາຊົນນັບພັນຄົນເຂົ້າຮ່ວມ, ບໍ່ພຽງແຕ່ແມ່ນປະຊາຊົນໃນໝູ່ບ້ານເທົ່ານັ້ນ, ຫາກຍັງບັນດາຜູ້ຢູ່ແຫ່ງໄກຈາກບ້ານເກີດເມືອງນອນ, ຢູ່ບ່ອນອື່ນກໍ່ກັບມາເຂົ້າຮ່ວມ. ຕະຫຼາດນັດເປີດໃນຕອນເຊົ້າ, ແກ່ຍາວແຕ່ 3 – 4 ຊົ່ວໂມງເທົ່ານັ້ນ ແຕ່ສຳລັບຊາວບ້ານ ມອກ, ນີ້ແມ່ນຕະຫຼາດນັດພິເສດ, ຜູ້ໜຶ່ງມາຊົມຕະຫຼາດນັດໃຫ້ຮູ້ວ່າ:

        “ເມື່ອກ່ອນນີ້, ບັນດາໝູ່ບ້ານໃກ້ຄຽງໄດ້ນຳບັນດາຜະລິດຕະພັນຂອງທ້ອງຖິ່ນ ມາຂາຍ. ປະຈຸບັນກໍ່ມີຫຼາຍຜະລິດຕະພັນກ່ວາອີກ. ແຕ່ຂ້າພະເຈົ້າຍັງນິຍົມທັດຊະນີຍະພາບເຂດບ້ານນາ ມີມູນເຊື້ອປະຫວັດສາດກ່ວາ. ໄປຕະຫຼາດນັດບໍ່ພຽງແຕ່ແມ່ນໄດ້ຊື້ເຄື່ອງຂອງໃຫ້ບຸນເຕັດເທົ່ານັ້ນ ຫາກຍັງໄດ້ຮັບຊົມບັນຍາກາດບຸນເຕັດ, ຮູ້ສຶກອົບອຸ່ນທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ