ຊາວລີ້ໄພ ເວເນຊູເອລາ 3,4 ລ້ານຄົນ ຕ້ອງການໄດ້ຮັບການຊ່ວຍເຫຼືອມະນຸດສະທໍາ

(VOVWORLD) -ໃນປີ 2018, ສະເລ່ຍແຕ່ລະມື້ ມີປະມານ 5.000 ຄົນ ອົບພະຍົບອອກຈາກ ເວເນຊູເອລາ. 

ວັນທີ 22 ກຸມພາ, ສປຊ ໄດ້ກ່າວເຕືອນກ່ຽວກັບຄວາມຕ້ອງການການຊ່ວຍເຫຼືອມະນຸດສະທໍາ ເຊິ່ງ ຊາວລີ້ໄພ ເວເນຊູເອລາ ພວມຕ້ອງປະເຊີນໜ້າ, ໃນຈໍານວນຊາວລີ້ໄພ ແລະ ຊາບອົບພະຍົບ ຈາກ ເວເນຊູເອລາ ໄປຍັງບັນດາປະເທດອື່ນໃນພາກພື້ນ ສືບຕໍ່ເພີ່ມຂຶ້ນ ແລະ ໃນເດືອນນີ້, ຂຶ້ນເຖິງ 3,4 ລ້ານຄົນ. ຂ້າຫຼວງໃຫຍ່ ສປຊ ກ່ຽວກັບຊາວລີ້ໄພ ແລະ ອົງການພັກອາໄສສາກົນ ໄດ້ຍົກອອກຄໍາຖະແຫຼງດັ່ງກ່າວ ອີງຕາມຕົວເລກສະຖິຕິຈາກອົງການຕັ້ງຖິ່ນຖານຂອງບັນດາປະເທດ ແລະ ບັນດາແຫຼ່ງຂໍ້ມູນອື່ນ ໂດຍໃຫ້ຮູ້ວ່າ, ໃນປີ 2018, ສະເລ່ຍແຕ່ລະມື້ ມີປະມານ 5.000 ຄົນ ອົບພະຍົບອອກຈາກ ເວເນຊູເອລາ. ຊາວລີ້ໄພ ເວເນຊູເອລາ ສ່ວນຫຼາຍ ແມ່ນພວມພັກອາໄສຊົ່ວຄາວຢູ່ບັນດາປະເທດ ອາເມລິກາ ລາຕີນ ແລະ Caribe. ໄລ່ມາຮອດປັດຈຸບັນ, ບັນດາປະເທດ ອາເມລິກາ ລາຕີນ ໄດ້ອອກໃບອະນຸຍາດພັກອາໄສໃຫ້ແກ່ຊາວ ເວເນຊູເອລາ ປະມານ 1,3 ລ້ານຄົນ. ບັນດາລະບົບແກ້ໄຂໃບຮ້ອງຂໍລີ້ໄພກໍໄດ້ຮັບການປັບປຸງ ເພື່ອຕອບສະໜອງສະພາບການໃນປັດຈຸບັນ.


ຕອບກັບ

ຂ່າວ/ບົດ​ອື່ນ