ຊາວຫວຽດນາມຈຳນວນຫລາຍເຂົ້າຮ່ວມງານບຸນວັດທະນະທຳຢູ່ນະຄອນ Frankfurtເຢຍລະມັນ

ຊາວຫວຽດນາມຈຳນວນຫລາຍເຂົ້າຮ່ວມງານບຸນວັດທະນະທຳຢູ່ນະຄອນ Frankfurtເຢຍລະມັນ - ảnh 1
ງານບຸນວັດທະນະທຳຢູ່ນະຄອນ Frankfurt ເຢຍລະມັນ
(ພາບ: vnexpress)

ການ​ເຄື່ອນ​ໄຫວຟົດ​ຟື້ນ​ຫລາຍ​ຢ່າງໃນ​ຂອບ​ເຂດລາຍ​ການ “Paraade der Kulturen”, (ເດີນ​ຂະ​ບວນ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳຫລາຍ​ຮູບ​ຫລາຍ​ແບບ) ຖືກ​ຈັດ​ຂຶ້ນ ຢູ່​ນະ​ຄອນ Frankfurt, ສາ​ທາ​ລະ​ນະ​ລັດ ສະ​ຫະ​ພັນ ເຢຍ​ລະ​ມັນ, ໃນ​ວັນ​ທີ 25/6. ຈຸດ​ປະ​ສົງ​ຂອງການ​ເຄື່ອນ​ໄຫວນນີ້ ແມ່ນ​ຊ່ວຍ​ໃຫ້​ຊາວ ​ເຢຍ​ລະ​ມັນ ເຂົ້າ​ໃຈຫລາຍ​ກ່​ວາ​ອີກ ​ກ່ຽວ​ກັບ​ວັດ​ທະ​ນະ​ທຳຂອງ​​ຊາດ​ຕ່າງໆໃນໂລກ. ສະ​ມາ​ຄົມ​​ແມ່​ຍິງ Mifafa,​ ສະ​ມາ​ຄົມ​ຊາວ ຫວຽດນາມ ຢູ່​ນະ​ຄອນ Mainz ແລະ ສະ​ມາ​ຄົມ​ນັກ​ສຶກ​ສາ ​ຫວຽດ​ນາມ ຢູ່ Frankfurt ​ໄດ້ພ້ອມ​ກັນເຂົ້າ​ຮ່ວມການເດີນ​ຂະ​ບວນ​ ດ້ວຍ​ບັນ​ດາ​ການເຄື່ອນ​ໄຫວທີ່​ເຕັມ​ໄປ​ດ້ວຍ​ສ​ີສັນວັດ​ທະ​ນະ​ທຳ ຂອງ ຫວຽດ​ນາມ. ຄວາ​ມ​ປາດ​ຖະ​ໜາ​ຂອງຄະ​ນະຊາວຫວຽດ​ນາມ ແ​ມ່​ນແນະ​ນຳເຖິງ​​ເພື່ອນ​ມິດ​ສາ​ກົນກ່ຽວ​ກັບປະ​ເທດ​ຊາດ ຫວຽດ​ນາມ ທີ່ສະ​ໜິດ​ສະ​ໜົມ, ຮັກ​ແພງ​ແຂກ​ຄົນ ແລະ ຮັກ​ຫອມ​ສັນ​ຕິ​ພາບ

ຂ່າວ/ບົດ​ອື່ນ