ຊາວຫວຽດນາມອາໄສຢູ່ຝຣັ່ງຝາກຄວາມຫວັງຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ

ຊາວຫວຽດນາມອາໄສຢູ່ຝຣັ່ງຝາກຄວາມຫວັງຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ - ảnh 1
ທ່ານ ​ໂງ​ກິມຮູ່ງ, ​ເລຂາທິການ​ໃຫຍ່​ສະມາຄົມ​ຊາວ ຫວຽດນາມ
ອາ​ໄສ​ຢູ່ ຝຣັ່ງ (ພາບ: Bích Hà/Vietnam+)

(vovworld) – ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ຖືກ​ດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ, ດຶງ​ດູດ​ຄວາມ​ສົນ​ໃຈ ​ແລະ ການ​ຕິ​ດຕາມ​ຂອງ​ຊາວ ຫວຽດນາມ ອາ​ໄສ​ຢູ່ ​ຝຣັ່ງ. ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ກອງ​ປະຊຸມ​ໃຫຍ່​ຈະ​ສຳ​ເລັດ​ຜົນ​ຢ່າງ​ຈົບງາມ, ວາງ​ອອກ​ບັນດາ​ລັດຖະນະ​ໂຍບາຍ ​ແລະ ສ້າງ​ກຳລັງ​ໜູນ​ຊຸກຍູ້​ປະ​ເທດ​ຊາດ​ພັດທະນາ​ຢ່າງ​ແຂງ​ແຮງ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ ​ໂງ​ກິມຮູ່ງ, ​ເລຂາທິການ​ໃຫຍ່​ສະມາຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ຝຣັ່ງ (UGVF), ​ໃຫ້​ຮູ້​ວ່າ: ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ຝຣັ່ງ ຈະ​ຕິດຕາມ​ວິວັດ​ການ​ກະກຽມ ກໍ່​ຄື​ວາລະ​ປະຊຸມ​ຄັ້ງ​ຕ່າງໆ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12. ທ່ານ ​ໂງ​ກິມຮູ່ງ ​ເຊື່ອ​ໝັ້ນວ່າ: ກອງ​ປະຊຸມ​ໃຫຍ່​ຈະ​ຍົກ​ອອກ​ບັນດາລັດຖະນະ​ໂຍບາຍ, ວາງ​ອອກ​ທິດ​ທາງ​ຖືກ​ຕ້ອງ​​ໃຫ້​ແກ່​ໃນ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ​ໃນ 5 ປີ​ຈະ​ມາ​ເຖິງ, ​ເພື່ອ​ຊ່ວຍ​ໃຫ້ ຫວຽດນາມ ມີ​ບາດກ້າວ​ຂະ​ຫຍາ​ຍຕົວກ່ຽວ​ກັບ​ເສດຖະກິດ - ສັງຄົມ​, ພ້ອມ​ທັງ​ເຊື່ອມ​ໂຍງ​ເລິກ​ເຊິ່ງ​ເຂົ້າ​ກັບ​ສາກົນ. ທ່ານ ຫງວຽນ​ຮ່ວາຍ​ເຕື໋ອງ, ຮອງ​ປະທານ​ສະມາຄົມ​ວິ​ທະຍາ​ສາດ ​ແລະ ນັກ​ຊ່ຽວຊານ ຫວຽດນາມ ຢູ່ ຝຣັ່ງ (AVSE) ຫວັງ​ວ່າ ບັນດາ​ລັດຖະນະ​ໂຍບາຍ​ໄດ້​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​ຈະ​ນຳ ຫວຽດນາມ ພັດທະນາ​​ເປັນ​ປະ​ເທດ​ຮັ່ງມີ, ​ເຂັ້ມ​ແຂງ. ທາງ​ດ້ານສາກົນ, ຫວຽດນາມ ຈະ​ແມ່ນ​ປະ​ເທດ​ມີ​ຄວາມ​ຮັບຜິດຊອບ, ປະກອບສ່ວນ​ເໝາະ​ສົມ​ເຂົ້າ​ໃນ​ຜົນງານ​ພັດທະນາ​ຂອງ​ປະຊາ​ຄົມ​​ໂລກ.


ຂ່າວ/ບົດ​ອື່ນ