ຍົກສູງທີ່ຕັ້ງບົດບາດຂອງມະນຸດ ແລະ ພັດທະນາປະເທດໃຫ້ມີຄວາມວັດທະນາຖາວອນ

(VOVWORLD) - ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນຮ່ວມມື ຫວຽດນາມ - ກອງທຶນປະຊາກອນສະຫະປະຊາຊາດ (UNFPA, 1977 - 2017) ແລະ ວັນປະຊາກອນສາກົນ (11/07) ດ້ວຍຫົວຂໍ້ວ່າ 
ຍົກສູງທີ່ຕັ້ງບົດບາດຂອງມະນຸດ ແລະ ພັດທະນາປະເທດໃຫ້ມີຄວາມວັດທະນາຖາວອນ - ảnh 1ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນຮ່ວມມື ຫວຽດນາມ - ກອງທຶນປະຊາກອນສະຫະປະຊາຊາດ (UNFPA, 1977 - 2017)  

“ການວາງແຜນຄອບຄົວ: ຍົກສູງທີ່ຕັ້ງບົດບາດມະນຸດ ແລະ ພັດທະນາປະເທດຊາດໃຫ້ມີຄວາມວັດທະນາຖາວອນ” ດຳ ເນີນໃນວັນທີ 11 ກໍລະກົດ ຢູ່ ຮ່າໂນ້ຍ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ເນັ້ນໜັກວ່າ ຢູ່ ຫວຽດນາມ ວຽກງານປະຊາກອນ - ການວາງແຜນຄອບຄົວ ແມ່ນພາກສ່ວນສຳຄັນໃນຍຸດທະສາດພັດທະນາປະເທດ, ບໍ່ພຽງແຕ່ມີຄວາມໝາຍກ່ຽວກັບເສດຖະກິດເທົ່ານັ້ນ ຫາກຍັງປະກອບສ່ວນຕັດສິນການພັດທະນາແບບຍືນຍົງຂອງປະເທດຊາດອີກດ້ວຍ. ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ສະເໜີບັນດາອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນ ຄວນສືບຕໍ່ເອົາໃຈໃສ່ເຖິງບັນຫາປະຊາກອນ - ການວາງແຜນຄອບຄົວ. ແລະກໍ່ໃນພິທີ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ຂອບໃຈ ກອງທຶນປະຊາກອນສະຫະປະຊາຊາດ ຕັ້ງໜ້າຊ່ວຍເຫຼືອ ຫວຽດນາມ ໃນວຽກງານປະຊາກອນ, ພ້ອມທັງປາດຖະໜາວ່າ ກອງທຶນສຳລັບປະຊາກອນພ້ອມກັບລັດຖະບານບັນດາປະເທດ, ອົງການຈັດຕັ້ງສາກົນ, ອົງການບໍ່ຂຶ້ນກັບລັດຖະບານສືບຕໍ່ຮ່ວມມື, ຊ່ວຍເຫຼືອລັດຖະບານ ຫວຽດນາມ ໃນຂົງເຂດປະຊາກອນ ແລະ ຫລາຍຂົງເຂດອື່ນໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ