ຍີ່ປຸ່ນ ຍົກສູງບົດບາດຂອງ ລັດເຊຍ ແລະ ອາເມລິກາ ໃນບັນດາບັນຫາສາກົນ

ຍີ່ປຸ່ນ ຍົກສູງບົດບາດຂອງ ລັດເຊຍ ແລະ ອາເມລິກາ ໃນບັນດາບັນຫາສາກົນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ
ທ່ານ​ປະທາ​ນາ​ທິບໍດີ ອາ​ເມ​ລິ​ກາ Donald Trump
(ພາບ: AFP/TTXVN)

(vovworld) – ​​ ກ່າວ​ຄຳ​ເຫັນ​ໃນ​ວັນ​ທີ 13/02 ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຖື​ວ່າ ບັນດາ​ບັນຫາ​ ຊີຣີ, ອີຣານ ​ແລະ ຢູ​ແກຼນ ຈະ​ບໍ່​ສາມາດ​ແກ້​ໄຂ​ໄດ້​ຢ່າງ​ເດັດຂາດ ຖ້າ​ຫາກ​ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ແລະ ທ່ານ​ປະທາ​ນາ​ທິບໍດີ ອາ​ເມ​ລິ​ກາ Donald Trump ບໍ່​ເຈລະຈາ​ໂດຍ​ກົງ. ທ່ານ​ນາຍົກລັດຖະມົນຕີ Shinzo Abe ​ໃຫ້​ຮູ້​ວ່າ: ​ໃນ​ການ​ພົບ​ປະ​ເຈລະ​ຈາ​ກັບ​ທ່ານ​ປະທານາທິບໍດີ Donald Trump ຢູ່ ວໍຊີງ​ຕັນ, ທ່ານ​ໄດ້​ເຕື້ອງ​ເຖິງຄວາມ​ໝາ​ຍຂອງ​ເລື່ອ​ງ ລັດ​ເຊຍ ​ເຂົ້າ​​ວິວັດທະນາ​ການ​ແກ້​ໄຂ​ບັນດາ “ຈຸດ​ທີ່​ເຄັ່ງຮ້ອນ”​ ​ໃນ​ໂລກຢ່າງ​ສ້າງສັນ. ການ​ນຳ ຍີ່ປຸ່ນ ​ເນັ້ນ​ໜັກ​ວ່າ ​ເພື່ອບັນລຸ​ໄດ້​ສິ່ງ​ນັ້ນ ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ຄວນ​ສ້າງ​ການ​ພົວພັນ​ສະໜິດ​ຕິດ​ພັນ. ນ​ອກນັ້ນ ທ່ານ​ນາຍົກລັດຖະມົນຕີ Shinzo Abe ກໍ່​ເນັ້ນ​ໜັກ​​ເຖິງ​ຄວາມ​ສຳຄັນ​ຂອງ​ເລື່ອງ​ຮັກສາ ​ແລະ ສືບ​ຕໍ່​ການເຈລະຈາ​ກັບ ລັດ​ເຊຍ ຫລາຍ​ກ່ວາ​ອີກ, ກ່ອນ​ອື່ນ​ໝົດ ​ແມ່ນ​ໃນ​ຂອບ​ເຂດ​ກຸ່ມ​ບັນດາ​ປະ​ເທດ​ອຸດສາຫະກຳ​ແຖວ​ໜ້າ​ໂລກ (G7). ຍິ່ງ​ກ່ວານັ້ນ​, ທ່ານ Shinzo Abe ກໍ່​ໃຫ້​ຮູ້​ຄວາມ​ຮູ້ສຶກ​ຂອງ​ທ່ານ​​ວ່າ “ທ່ານ​ປະທານາທິບໍດີ Donald Trump ກໍ່​ປາດ​ຖະໜາ​ຢາກ​ເຈລະຈາ, ພິ​ເສດ​ແມ່ນ​ໃນ​ບັນດາ​ການ​ເຈລະ​ຈາ​ຂະໜາ​ດນ້ອຍ”.

 

ຕອບກັບ

ຂ່າວ/ບົດ​ອື່ນ