ຍີ່ປຸ່ນ ສະເໜີ ອາເມລິກາ ຍົກອອກພະຍານຫຼັກຖານຢ່າງຈະແຈ້ງກ່ຽວກັບການກະທຳບຸກໂຈມຕີກ່ຳປັ່ນຢູ່ອ່າວ Oman

(VOVWORLD) -  ວັນທີ 15 ມິຖຸນາ, ຕາມສຳນັກຂ່າວສານ Kyodo ແລ້ວ, ລັດຖະບານ ຍີ່ປຸ່ນ ໄດ້ສະເໜີ ອາເມລິກາ ຍົກອອກພະຍານຫຼັກຖານຢ່າງຈະແຈ້ງ ເພື່ອພິສູດການພິນິດໄສຂອງ ວໍຊິງຕັນ ທີ່ວ່າ: ອີຣານ ຢືນຢູ່ເບື້ອງຫລັງເຫດບຸກໂຈມຕີກ່ຳປັ່ນຂົນສົ່ງນ້ຳມັນ 2 ລຳຢູ່ຊ່ອງແຄບທະເລ Hormuz ໃນວັນທີ 13 ມິຖຸນາ ຜ່ານມາ.

ຍີ່ປຸ່ນ ສະເໜີ ອາເມລິກາ ຍົກອອກພະຍານຫຼັກຖານຢ່າງຈະແຈ້ງກ່ຽວກັບການກະທຳບຸກໂຈມຕີກ່ຳປັ່ນຢູ່ອ່າວ Oman - ảnh 1 ຍີ່ປຸ່ນ ສະເໜີ ອາເມລິກາ ຍົກອອກພະຍານຫຼັກຖານຢ່າງຈະແຈ້ງກ່ຽວກັບການກະທຳບຸກໂຈມຕີກ່ຳປັ່ນຢູ່ອ່າວ Oman (ພາບ: AFP/TTXVN )

ໃນເຫດບຸກໂຈມຕີດັ່ງກ່າວ, ກ່ຳປັ່ນຂົນສົ່ງນ້ຳມັນ Front Altair ຂອງບໍລິສັດຂົນສົ່ງ ນອກແວ ເກີດໄຟໄໝ້ ພາຍຫລັງຖືກບຸກໂຈມຕີ ໃນຂະນະທີ່ພວມເດີນທາງຈາກ ກາຕາ ໄປຍັງ ໄຕ້ຫວັນ (ຈີນ). ຫລັງຈາກນັ້ນ, ກ່ຳປັ່ນຂົນສົ່ງນ້ຳມັນ Kokuka Courageous ຂອງບໍລິສັດ Kokuka Sangyo ທີ່ມີສຳນັກງານຕັ້ງຢູ່ ໂຕກຽວ (ຍີ່ປຸ່ນ) ກໍ່ເກີດໄຟໄໝ້ ໃນຂະນະທີ່ພວມເດີນທາງຈາກທ່າກ່ຳປັ່ນຂອງ ຊະອຸດິ ອາຣາເບຍ ໄປຍັງ ສິງກະໂປ ແລະ ໄທ.

        ພາຍຫລັງເກີດເຫດບຸກໂຈມຕີພຽງ 2 – 3 ຊົ່ວໂມງ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ກ່າວຫາວ່າ ອີຣານ ບຸກໂຈມຕີກ່ຳປັ່ນຂົນສົ່ງນ້ຳມັນ 2 ລຳດັ່ງກ່າວ, ແຕ່ບໍ່ຍົກອອກພະຍານຫຼັກຖານໃດ. ຫລັງຈາກນັ້ນ, ກະຊວງປ້ອງກັນປະເທດ ອາເມລິກາ ກໍ່ໄດ້ປະກາດຕອນວີດີໂອບັນທຶກກ່ຳປັ່ນລາດຕະເວນຂອງ ອີຣານ ລຳໜຶ່ງພວມແກະລະເບີດທີ່ຕິດໃສ່ກ່ຳປັ່ນ Kokuka Sangyo ຂອງ ຍີ່ປຸ່ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ