ຍີ່ປຸ່ນ,ອິນເດຍໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືປ້ອງກັນຄວາມສະຫງົບແລະເສດຖະກິດ

ຍີ່ປຸ່ນ,ອິນເດຍໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືປ້ອງກັນຄວາມສະຫງົບແລະເສດຖະກິດ - ảnh 1
ນາຍົກລັດຖະມົນຕີ ຍີ່ປຸ່ນ(ຊ້າຍ) ແລະ ຄູ່ຕຳແໜ່ງ ອີນເດຍ
(ພາບ: AFP/TTXVN)

(vovworld) – ວັນ​ທີ 1/9, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ແລະ ຄູ່​ຕຳ​ແໜ່​ງ ອິນ​ເດຍ ທ່ານ Narendra Modi ​ເຫັນ​ດີ​ເປັນ​​ເອກະສັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງກັນ​ຄວາມ​ສະຫງົບ 2 ຝ່າຍ, ພ້ອມ​ທັງ​ຕັ້ງ​ຈຸດໝາຍ​ເພີ່ມ​​ເງິນ​ລົງທຶນ​ຂອງ ຍີ່ປຸ່ນ ​ເຂົ້າ ອິນ​ເດຍ ​ໃນ 5 ປີ​ຈະ​ມາ​ເຖິງ​ຂຶ້ນ​ທົບ 2 ​ເທົ່າ.

    ​ໃນ​ຖະ​ແຫຼ​ງການ​ຮ່ວມ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ການ​ພົບ​ປະ​ຂັ້ນ​ສູງ​ຢູ່​ນະຄອນຫຼວງ ​ໂຕ​ກຽວ, ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນ “ຊອກຫາ​ວິທີ​ການ​ເພີ່ມ​ທະວີ” ທາ​ບທາມ​ຄວາມ​ເຫັນ​ດ້ານ​ປ້ອງ​ກັນຊາ​ດ, ຈາກ​ຂັ້ນ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ຮອງ​ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ​ຂຶ້ນ​​ເປັນ​ຂັ້ນ​​ລັດຖະມົນຕີ. ສອງ​ຝ່າຍ​ກໍ່​ຕົກລົງ “ຍົກ​ລະດັບ ​ແລະ ຍູ້​ແຮງ” ການ​ພົວພັນ​ປ້ອງ​ກັນ​ປະ​ເທດ, ພ້ອມ​ທັງ​ຊີ້​ນຳ​ບັນດາ​ອົງການ​ກ່ຽວຂ້ອງ​ຊຸກຍູ້​ການ​ເຈລະຈາ​ກ່ຽວ​ກັບ​​ເລື່ອງ ອິນ​ເດຍ ຊື້​ເຮືອບິນທະ​ເລ US -2 ຂອງ​ຍີ່​ປຸ່ນ. ການນຳ 2 ທ່ານ​ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຫັນ​ບັນດາ​ການ​ຊ້ອມ​ຮົບ​ຢູ່​ທະ​ເລ 2 ຝ່າຍ​ເປັນ​ລະອຽດ, ກໍ່​ຄື​ເລື່ອງ ຍີ່ປຸ່ນ ສືບ​ຕໍ່​ເຂົ້າ​ຮ່ວມ​ບັນດາ​ການ​ຊ້ອມ​ຮົບ Malabar ລະຫວ່າງ ອິນ​ເດຍ ​ແລະ ອາ​ເມ​ລິ​ກາ. ກ່ຽວ​ກັບ​ດ້ານ​ເສດຖະກິດ, ​ໂຕ​ກຽວ ຍັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ໃຫ້ ອິນ​ເດຍ ກູ້​ຢືມ​ຈຳນວນ​ເງິນ​ປະມານ 480 ລ້ານ USD ​ເພື່ອ​ພັດທະນາ​ບັນດາ​​ໂຄງ​ລ່າງ​ຕາມ​ຮູບ​ແບບ​ຮ່ວມ​ມື​ພາກ​ລັດ - ​ເອກະ​ຊົນ.

 


ຂ່າວ/ບົດ​ອື່ນ