ຍອດ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ຢູ່​ເຂດ ກາ​ຊາ ລື່ນ​ກາຍ​ຕົວ​ເລກ 95.000 ຄົ​ນ

(VOVWORLD) - ວັນທີ 2 ມັງກອນ ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamine Netanyahu ຢັ້ງຢືນວ່າ ບັນດາກຳລັງປະກອບອາວຸດຂອງປະເທດນີ້ຈະສືບຕໍ່ຕໍ່ສູ້ໃນທຸກແນວຮົບ ບໍ່ວ່າຢູ່ເຂດ ກາຊາ, ລີບັງ, ຊີຣີ ຫຼື ຢູ່ບ່ອນໃດ ເພື່ອຮັບປະກັບຄວາມໝັ້ນຄົງປອດໄພຂອງຕົນ.
ຍອດ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ຢູ່​ເຂດ ກາ​ຊາ ລື່ນ​ກາຍ​ຕົວ​ເລກ 95.000 ຄົ​ນ - ảnh 1ພາບປະກອບ: AFP 

ວັນທີ 21 ມັງກອນ, ອົງການສາທາລະນະສຸກ ປາແລັດສະຕິນ ໃຫ້ຮູ້ວ່າ ຍອດຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບ ໃນບັ້ນບຸກໂຈມຕີເລີ່ມແຕ່ວັນທີ 7 ຕຸລາ 2023 ຂອງກອງທັບ ອິດສະລາແອັນ ແນໃສ່ເຂດ ກາຊາ ໄດ້ລື່ນກາຍຕົວເລກ 95.000 ຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 25.000 ຄົນ, ຜູ້ຫາຍສາບສູນ ກ່ວາ 7000 ຄົນ ແລະ ຜູ້ໄດ້ຮັບບາດເຈັບເກືອບ 63.000 ຄົນ ໂດຍສ່ວນຫຼາຍແມ່ນສາມັນຊົນ ໃນນັ້ນມີເດັກນ້ອຍ ແລະ ແມ່ຍິງກວມເອົາປະມານ 70%.

ກ່ຽວກັບອະນາຄົດຂອງສົງຄາມ, ວັນທີ 2 ມັງກອນ ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamine Netanyahu ຢັ້ງຢືນວ່າ ບັນດາກຳລັງປະກອບອາວຸດຂອງປະເທດນີ້ຈະສືບຕໍ່ຕໍ່ສູ້ໃນທຸກແນວຮົບ ບໍ່ວ່າຢູ່ເຂດ ກາຊາ, ລີບັງ, ຊີຣີ ຫຼື ຢູ່ບ່ອນໃດ ເພື່ອຮັບປະກັບຄວາມໝັ້ນຄົງປອດໄພຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ