ຍານອາວະກາດຂອງ ອິນເດຍ ກຽມລົງຈອດຢູ່ດວງຈັນ

(VOVWORLD) - ຫຼັງຈາກນັ້ນ, ຍານໄດ້ແຍກຕົວອອກເຄື່ອນໄຫວແບບອັດຕະໂນມັດ ໃນວັນທີ 17 ສິງຫາ ເພື່ອກຽມລົງ ຈອດຢູ່ດວງຈັນ.
ຍານອາວະກາດ Chandrayaan – 3 ຂອງປະເທດ ອິນເດຍ
(ພາບ:AFP/TTXVN)

ຄາດວ່າ, ຍານອາວະກາດ Chandrayaan – 3 ຂອງປະເທດ ອິນເດຍ ຈະລົງຈອດຢູ່ດວງຈັນໃນເວລາ 18 ໂມງ 04 ນາທີຂອງວັນທີ 23 ສິງຫາ. ນີ້ແມ່ນແຈ້ງການເປັນທາງການໂດຍອົງການຄົ້ນຄ້ວາ ອາວະກາດ ອິນເດຍ (ISRO) ຍົກອອກມາໃນວັນທີ 20 ສິງຫາ. ຖ້າຫາກຍານອາວະກາດລົງຈອດສຳເລັດນັ້ນ, ອິນເດຍ ຈະກາຍເປັນປະເທດທີ 4 ໃນໂລກທີ່ບັນລຸຜົນງານດັ່ງກ່າວ, ຖັດຈາກ ອາເມລິກາ, ລັດເຊຍ ແລະ ຈີນ.

        ຍານອາວະກາດ Chandrayaan – 3, ໄດ້ຖືກຍິງຂຶ້ນແຕ່ວັນທີ 14 ກໍລະກົດ ຜ່ານມາ ແລະ ໄປຮອດວົງໂຄຈອນຂອງດວງຈັນໃນວັນທີ 5 ສິງຫາ. ຫຼັງຈາກນັ້ນ, ຍານໄດ້ແຍກຕົວອອກເຄື່ອນໄຫວແບບອັດຕະໂນມັດ ໃນວັນທີ 17 ສິງຫາ ເພື່ອກຽມລົງ ຈອດຢູ່ດວງຈັນ. ຄາດວ່າ, ຍານຈະປະຕິບັດສຳເລັດການເດີນທາງເປັນເວລາ 40 ວັນ ແລະ ລົງຈອດຢູ່ຂົ້ວສົ້ນໃຕ້ສຸດຂອງ ດວງຈັນ ໃນວັນທີ 23 ສິງຫາ, ຫຼັງຈາກນັ້ນ ຈະປະຕິບັດໜ້າທີ່ສຳຫຼວດ ແລະ ທົດລອງໃນເວລາ 2 ອາທິດ.

ຕອບກັບ

ຂ່າວ/ບົດ​ອື່ນ