ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ

(VOVWORLD) - ທ່ານນາຍົກລັດຖະມົນຕີຖືວ່າ, ຄວາມສາມາດ, ທ່າແຮງບົ່ມຊ້ອນການຮ່ວມມືລະຫວ່າງ 2 ຝ່າຍ, ໂດຍສະເພາະແມ່ນດ້ານເສດຖະກິດ - ການຄ້າ - ການລົງທຶນ, ຮ່ວມມືໃນຂົງເຂດວິທະຍາສາດເຕັກໂນໂລຊີ
ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຕ້ອນຮັບຄະນະເຈົ້າໜ້າທີ່ ແລະ ວິສາຫະກິດ
(ພາບ: VGP)

        ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ທີ່ການຕ້ອນຮັບຄະນະເຈົ້າໜ້າທີ່ ແລະ ວິສາຫະກິດ ລັດ California, ປະເທດອາເມລິກາ ໃນຕອນບ່າຍວັນທີ 01 ສິງຫາ, ຢູ່ສຳນັກງານລັດຖະບານ, ໂດຍທ່ານນາງເຈົ້າຄອງນະຄອນ Oakland Sheng Thao ນຳໜ້າ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທ່ານນາຍົກລັດຖະມົນຕີຖືວ່າ, ຄວາມສາມາດ, ທ່າແຮງບົ່ມຊ້ອນການຮ່ວມມືລະຫວ່າງ 2 ຝ່າຍ, ໂດຍສະເພາະແມ່ນດ້ານເສດຖະກິດ - ການຄ້າ - ການລົງທຶນ, ຮ່ວມມືໃນຂົງເຂດວິທະຍາສາດເຕັກໂນໂລຊີ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານ, ເສດຖະກິດດີຈີຕອນ, ເຕັກໂນໂລຊີສູງ… ຍັງໃຫຍ່ຫຼວງຢູ່. ສະນັ້ນ, 2 ຝ່າຍຄວນຮັກສາ ແລະ ຊຸກຍູ້ທ່າຮ່ວມມືທີ່ຕັ້ງໜ້າໃນອະນາຄົດ. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ບັນດາວິສາຫະກິດ ອາເມລິກາ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດໃໝ່, ຄື: ການຫັນປ່ຽນພະລັງງານ, ນະວັດຕະກຳ, ເຕັກໂນໂລຊີສູງ, ການເຕີບໂຕສີຂຽວ…

        ສ່ວນທ່ານນາງ Oakland Sheng Thao ສະແດງຄວາມປະທັບໃຈກ່ຽວກັບບັນດາຜົນງານແຫ່ງການພັດທະນາຂອງ ຫວຽດນາມ; ຢືນຢັນຈະຊຸກຍູ້ການຮ່ວມມື, ລົງທຶນ ເພື່ອຕັ້ງໜ້າປະກອບສ່ວນໃຫ້ແກ່ການພົວພັນ ຫວຽດນາມ - ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ