ຍາມໃດປະເທດຊາດກໍ່ຕ້ອນຮັບບັນດາລູກຫຼານທີ່ຮັກແພງກັບເມືອບ້ານເກີດເມືອງນອນ

(VOVWORLD) - ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ, ປີ 2017, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບໄດ້ສາມັກຄີເປັນເອກະພາບ, ມານະພະຍາຍາມສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບັນລຸໄດ້ບັນດາຜົນງານສຳຄັນໃນທຸກໆຂົງເຂດ
ຍາມໃດປະເທດຊາດກໍ່ຕ້ອນຮັບບັນດາລູກຫຼານທີ່ຮັກແພງກັບເມືອບ້ານເກີດເມືອງນອນ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມລາຍການ “ລະດູບານໃໝ່ຢູ່ບ້ານເກີດເມືອງນອນປີ 2018” 

ຕອນຄ່ຳວັນທີ 7 ກຸມພາ, ຢູ່ສູນກອງປະຊຸມແຫ່ງຊາດ, ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ - ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັນຈັດຕັ້ງລາຍການສະແດງສິລະປະ “ລະດູບານໃໝ່ຢູ່ບ້ານເກີດເມືອງນອນປີ 2018” ດ້ວຍຫົວຂໍ້ “ຫວຽດນາມ ສະຫວ່າງສະໄຫວໃນອະນາຄົດ”. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ, ປີ 2017, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບໄດ້ສາມັກຄີເປັນເອກະພາບ, ມານະພະຍາຍາມສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບັນລຸໄດ້ບັນດາຜົນງານສຳຄັນໃນທຸກໆຂົງເຂດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວວ່າ:

        “ຖານະບົດບາດ ແລະ ກຳລັງແຮງຂອງປະເທດຊາດພວມໄດ້ຮັບການຍົກສູງຂຶ້ນ. ໃນຜົນງານລວມນັ້ນ, ມີການປະກອບສ່ວນອັນລ້ຳຄ່ານັບທັງດ້ານວັດຖຸ ແລະ ຈິດໃຈຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດຍາມໃດກໍ່ສາມັກຄີ, ຊ່ວຍເຫຼືອກັນບືນຕົວຂຶ້ນໃນຊີວິດການເປັນຢູ່, ຮັກສາສີສັນວັດທະນະທຳຂອງຊາດໄວ້ ແລະ ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ. ນັບມື້ນັບມີຊາວ ຫວຽດນາມ ຫຼາຍຄົນອາໄສຢູ່ຕ່າງປະເທດ, ພິເສດແມ່ນລຸ່ນໜຸ່ມທຳມາຫາກິນປະສົບຜົນສຳເລັດໃນຂົງເຂດການສຶກສາ, ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ, ເສດຖະກິດ - ວັດທະນະທຳ - ສັງຄົມ, ເຊິ່ງໄດ້ຮັບການຕີລາຄາສູງຈາກອຳນາດການປົກຄອງ ແລະ ປະຊາຊົນປະເທດປະຈຳຖິ່ນ, ປະກອບສ່ວນສ້າງຊື່ສຽງຮຽງນາມຊາດ ຫວຽດນາມ ຕື່ມອີກ.”

        ທ່ານປະທານປະເທດ ເຈ່ີນດ້າຍກວາງ ຢັ້ງຢືນວ່າ: ສຳລັບປະເທດຊາດ ແລະ ປະຊາຊົນ ຫວຽດນາມ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງບໍ່ສາອາດຕັດແຍກອອກຈາກກັນໄດ້. ປະເທດຊາດຍາມໃດກໍ່ຕ້ອນຮັບບັນດາລູກຫຼານທີ່ຮັກແພງກັບ ປະເທດ. ທ່ານປະທານປະເທດ ປາຖະໜາວ່າ ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ເສີມຂະຫຍາຍນ້ຳໃຈຮັກຊາດ, ຮ່ວມແຮງຮ່ວມໃຈກັນສ້າງສາປະເທດ ຫວຽດນາມ ໃຫ້ຮັ່ງມີ,ເຂັ້ມແຂງ, ມີທີ່ຕັ້ງເໝາະສົມໃນເວທີສາກົນ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຕື່ມອີກວ່າ:

        “ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ຊີ້ນຳ, ນຳພາ ແລະ ມີຫຼາຍແຜນນະໂຍບາຍ, ນະໂຍບາຍກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ; ແຜນນະໂຍບາຍສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ເພື່ອໃຫ້ຊາວ ຫວຽດນາມ ແຕ່ລະຄົນ ທັງຢູ່ພາຍໃນ ກໍ່ຄືຢູ່ຕ່າງປະເທດ ຮ່ວມແຮງຮ່ວມໃຈກັນ ອ່ວາຍໜ້າເມືອຫາປະເທດຊາດ. ບັນດາອົງການຕາງໜ້າຂອງ ຫວຽດນາມ ຢູ່ຕ່າງປະເທດ ກໍ່ມີຄວາມມານະພະຍາຍາມ, ມີມາດຕະການທີ່ດີເພື່ອປົກປ້ອງພົນລະເມືອງ, ປົກປັກຮັກສາສິດຜົນປະໂຫຍດ, ຊີວິດ, ຊັບສິນຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຢ່າງທັນການ, ໜູນຊ່ວຍປະຊາຄົມໃນບັນດາການເຄື່ອນໄຫວຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳ, ມູນເຊື້ອຂອງຊາດ ຫວຽດນາມ, ພິເສດແມ່ນໃນການສອນ ແລະ ຮຽນພາສາ ຫວຽດ.”

ຕອບກັບ

ຂ່າວ/ບົດ​ອື່ນ