ຍາມໃດສິດເສລີໃນການສະແດງທັດສະນະຂອງຊາວຫວຽດນາມກໍ່ໄດ້ຮັບການເຄົາລົບ

ຍາມໃດສິດເສລີໃນການສະແດງທັດສະນະຂອງຊາວຫວຽດນາມກໍ່ໄດ້ຮັບການເຄົາລົບ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິງ)

(vovworld) – ວັນ​ທີ 28/08, ທີ່​ການ​ປະຊຸມ​ຂ່າວ​ນັດ​ສາມັນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ​ເມື່ອ​ຕອບຄຳ​ຖາມ​ກ່ຽວ​ກັບປະຕິກິລິຍາຂອງ​ຫວຽດນາມ​ຕໍ່​ຂ່າວ​ທີ່​ວ່າ​ຫວ່າງ​ແລ້ວ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ຫາ​ກໍ່​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່ ຜົນ​ຂອງການ​ພິພາກສາ ບຸຍທິມິງຮັ່ງ ​ແລະ ບັນດາ​ເປົ້າ​ໝາຍ​ທີ່​ກ່ຽວຂ້ອງອື່ນ, ດ້ວຍ​ໂທດ​ກໍ່​ຄວາມ​ວຸ້ນວາຍຕໍ່​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍສາທາລະນະ​, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິງ ຢືນຢັນ​ວ່າ.

        “ຢູ່​ຫວຽດນາມ ບັນດາ​ສິດ​ເສລີ​ຂອງ​ປະຊາຊົນ ​ໃນ​ນັ້ນ​ມີ​ບັນດາ​ສິດ​ເສລີ​​ໃນ​ການສະ​ແດງ​ທັດສະນະ​ຂອງ​ຕົນ ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​ເຄົາລົບ. ຍາມ​ໃດ​ປະຊາຊົນ​ກໍ່​ໄດ້​ປະຕິບັດ​ບັນດາ​ສິດ​ຂອງ​ຕົນ​ຢ່າງ​ຄົບ​ຖ້ວນ​ໃນ​ຂອບ​ເຂດ​ກົດໝາຍ​. ການພິພາກສາຄະດີອາຍາສຳລັບ ບຸຍທິມິງຮັ່ງ, ຫງວຽນ​ທິທຸຍ​ກວຽນ ​ແລະ ຫງວຽນ​ວັນ​ມິ​ງ ດ້ວຍໂທດ​ກໍ່ຄວາມ​ວຸ້ນວາຍ​ຕໍ່ຄວາມ​ເປັນ​ລະບຽບ​ຮຽບຮ້ອຍສາທາລະນະ ​ແມ່ນ​ໄດ້​ດຳ​ເນີນ​ໄປ​ຖືກ​ຕາມ​ຂັ້ນ​ຕອນ​ຂອງ​ກົດໝາຍ​ຫວຽດນາມ. ​ເລື່ອງ​ນຳ​ເອົາ​ບັນດາ​ຜູ້​ຕ້ອງ​ໂທດ​ຂຶ້ນ​ສານພິພາກສາ​ນັ້ນ ​ແມ່ນ​ວຽກ​ງານ​ທີ່​ຈຳ​ເປັນ ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​​ແຫ່ງຊາດ ​ແລະ ຊີວິດ​ສະຫງົບ​ສຸກ​ຂອງ​ປະຊາຊົນ”.

ຂ່າວ/ບົດ​ອື່ນ