ດັກລັກ ລະນຶກ 37 ປີແຫ່ງວັນໄຊຊະນະ ບວນມາທວດ

ດັກລັກ ລະນຶກ 37 ປີແຫ່ງວັນໄຊຊະນະ ບວນມາທວດ - ảnh 1
ນະຄອນບວນມາທວດ
(ພາບ:khudothimoi.com)

( vovworld ) – ຕອນ​ຄ່ຳ​ວັນ​ທີ 9/3, ຄະນະ​ກຳມະການ​ປະຊາຊົນ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແຂວງ​ດັກ​ລັກ ​ໄດ້​ຈັດ​ລາຍການ​ສະ​ແດງ​ສິລະ​ປະ​ດົນ​ຕີລະນຶກ 37 ປີ​ແຫ່ງ​ວັນ​ໄຊຊະນະ ບວນມາ​ທວດ. ບັນດາ​ລາຍການ​ສະ​ແດງ​ດົນຕີ, ວາດ​ຟ້ອນ, ຟິມ​ເອກະສານ​ກ່ຽວ​ກັບ​ກຳລັງທະຫານ​ບຸກ​ເຂົ້າປົດ​ປ່ອຍ​ບວນມາ​ທວດ​ໃນ 37 ປີ​ກ່ອນ, ພາບ​ພົດ​ນະຄອນ​ບວນມາ​ທວດ​ມີ​ການ​ປ່ຽນ​ແປງ​, ພັດທະນາໃນ​ແຕ່​ລະ​ວັນ…. ​ໄດ້​ດຶງ​ດູດ​ປະຊາຊົນ​​ເຂົ້າຮ່ວມ​ຢ້ຽມ​ຊົມ​ລາຍການເປັນ​ຈຳນວນ​ຫຼວງ​ຫຼາຍ.  ລາຍການໄດ້​ຊ່ວຍ​ໃຫ້​ປະຊາຊົນ​ມີ​ສະຕິ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບ​ົດ​ບາດ ​ແລະ ​ຄວາມ​ຮັບຜິດຊອບ​ຂອງ​ພົນລະ​ເມືອງ ​ເມື່ອ​ໄດ້​ດຳລົງ​ຊີວິດ​ໃນ​ນະຄອນ​ແຫ່ງ​ວິລະ​ຊົນ. ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ກຳມະການ​ປະຊາຊົນ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແຂວງ​ດັກ​ລັກ ກໍ​ໄດ້​ປຸກລະດົມ​​ໂຄງການ “ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຄົນ​ທຸກ​ຍາກ“ ​ເພື່ອ​ແນ​ໃສ່​ຮຽກຮ້ອງ​ໃຫ້​ວົງ​ຄະນາ​ຍາດ​ສັງຄົມ, ບັນດາ​ອົງການ​ຈັດຕັ້ງ, ຫົວໜ່ວຍ, ວິ​ສາ​ຫະກິດ, ປະຊາຊົນ​ພາຍ​ໃນ, ນອກ​ແຂວງ ແລະ ປະຊາຊົນ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກ​ເວົ້າລວມ, ປະກອບ​ສ່ວນກໍ່ສ້າງ​ເຮືອນ​ມະຫາ​ສາມັກຄີ, ລົບ​ລ້າງ​ເຮືອນ​ຊົ່ວຄາວ​ໃຫ້​ຄອບຄົວ​ທຸກ​ຍາກ.​ ໂຄງການ​ໄດ້​ຮັບຈຳນວນ​ເງິນ​ກ່ວາ 16 ຕື້ 500 ລ້ານ​ດົ່ງ ປະກອບ​ເຂົ້າ​ໃນ “ກອງ​ທຶນ​ເພື່ອ​ຄົນ​ທຸກ​ຍາກ“ ຂອງ​ແຂວງ​ດັກ​ລັກ.

 

ຂ່າວ/ບົດ​ອື່ນ