ຕັ້ງໜ້າກະທຳບັນລຸຄາດໝາຍຄວບຄຸມການຕິດເຊື້ອHIV/AIDS

ຕັ້ງໜ້າກະທຳບັນລຸຄາດໝາຍຄວບຄຸມການຕິດເຊື້ອHIV/AIDS - ảnh 1
ທ່ານ ຫວູດຶກ​ດາມ ​ກ່າວຄຳເຫັນທີ່ກອງປະຊຸມ
ວິ​ທະ​ຍາ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ HIV / AIDS
(ພາບ: VanHai)

(vovworld) “ ຕັ້ງໜ້າ​ກະທຳ​ບັນລຸ​ຄາດໝາຍ​ຄວບ​ຄຸມ​ການ​ຕິດ​ເຊື້ອ HIV / AIDS ” ​ນີ້​ແມ່ນ​ຄຳ​​ເນັ້ນ​ໜັກ​ຂອງ​ທ່ານ ຫວູດຶກ​ດາມ ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຢູ່​ກອງ​ປະຊຸມ​ວິ​ທະ​ຍາ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ HIV / AIDS ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 24/11 ຢູ່​ຮ່າ​ໂນ້ຍ. ທ່ານ ຮອງ​ນາຍົກລັດຖະມົນຕີ ຫວູດຶກດາມ  ຕີລາຄາ​ສູງ​ກອງ​ປະຊຸມ​ແມ່ນການ​ກະທຳ​ທີ່​ແທດ​ຈິງ​ໃນ​ເດືອນ​ດຳ​ເນີນ​ງານ​ແຫ່ງ​ຊາດຄວບ​ຄຸມ​ການ​ຕິດ​ເຊື້ອ HIV / AIDS ​ແລະ ປະກອບສ່ວນ​ປະຕິບັດເປົ້າໝາຍ 90 – 90 – 90. ທ່ານ ຮອງ​ນາຍົກລັດຖະມົນຕີ ຫວູດຶກດາມ   ​ເນັ້ນ​ໜັກ​ວ່າ: ປີ 1994, ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ກ່ວາ 40 ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ທົ່ວ​ໂລກ​ທຳ​ອິດ​ກ່ຽວ​ກັບ HIV / AIDS ​ແລະ ຫລັງ​ຈາກ​ນັ້ນ  20 ປີ​ພາຍຫລັງ ຫວຽດນາມ ​ແມ່ນ​ປະ​ເທດ​ທຳ​ອິດ​ຂອງ​ພາກ​ພື້ນ ອາຊີ - ປາຊີ​ຟິກ ທີ່ຕອບ​ສະໜອງການ​ປະຕິບັດ​​ເປົ້າໝາຍ 90 – 90 – 90 ຂອງ ສປຊ. ທ່ານ ຮອງ​ນາຍົກລັດຖະມົນຕີ ຫວູດຶກດາມ ​ໃຫ້​ຮູ້​ວ່າ:

        “​ເປົ້າ​ໝາຍ​ຄວບ​ຄຸມ​ການ​ຕິດ​ເຊື້ອ HIV / AIDS ​ເຊິ່ງ ສປຊ ​ໄດ້​ວາງ​ອອກ​ ບໍ່​ແມ່ນ​ງ່າຍດາຍ ​ແລະ ກໍ່​ບໍ່​ຫຍຸ້ງຍາກ. ພວກ​ເຮົາ​ບໍ່ຄວນ​ຂາດ​ຄວາມລະມັດລະວັງ ​ແຕ່​ວ່າ​ຕ້ອງ​ມີ​ຄວາມ​ເຊື່ອ​ໝັ້ນ ​ແລະ ຄວາມ​ຫວັງ​ຢ່າງ​ສີ້​ນ​ເຊີງ ​ແລະ ຈົ່ງ​ກະທຳ ​ເພື່ອ​ຄວາມ​ຫວັງ​ນັ້ນ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ດ້ວຍ​ຄວາມ​ຮັບຜິດຊອບ ​ແລະ ດ້ວຍຈິດ​ໃຈຂອງ​ຕົນ. ພວກ​ເຮົາ​ຈົ່ງ​ມີ​ການ​ກະທຳ ບໍ່​ພຽງ​ແຕ່​ດ້ວຍ​ເປົ້າ​ໝາຍ 90 - 90 - 90 ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ແມ່ນ 100 - 100 – 100 ອີກ​ດ້ວຍ. ບໍ່ຄວນ​ລໍ​ຖ້າ​ຮອດ​ປີ 2020 ​ຫາກ​ຕ້ອງກະທຳນັບ​ແຕ່​ວັນ​ນີ້​”.

 


ຂ່າວ/ບົດ​ອື່ນ