ຕວກກີ ສະເໜີຕໍ່ກຳນົດເວລາຂໍ້ຕົກລົງສົ່ງອອກທັນຍາຫານຂອງ ຢູແກຼນ

(VOVWORLD) - ປະເທດນີ້ຈະສະເໜີການຕໍ່ກຳນົດເວລາໃຫ້ຂໍ້ຕົກລົງສົ່ງອອກທັນຍາຫານຂອງ ຢູແກຼນ ທີຈະໝົດກຳນົດເວລາໃນວັນທີ 19 ພະຈິກຈະມາເຖິງຕື່ມອີກໜຶ່ງປີ
ຕວກກີ ສະເໜີຕໍ່ກຳນົດເວລາຂໍ້ຕົກລົງສົ່ງອອກທັນຍາຫານຂອງ ຢູແກຼນ - ảnh 1ກ່ຳປັ່ນຂົນສົ່ງ ເຂົ້າບາເລຂອງຢູແກຼນ ເຂົ້າທຽບທ່າ  Djibouti ໃນວັນທີ 30/8/2022.
(ພາບ: AFP/TTXVN)

ວັນທີ 7 ພະຈິກ, ທ່ານ Hulusi Akar, ລັດຖະມົນຕີກະຊວງປ້ອງກັນປະເທດ ຕວກກີ ໃຫ້ຮູ້ວ່າ: ປະເທດນີ້ຈະສະເໜີການຕໍ່ກຳນົດເວລາໃຫ້ຂໍ້ຕົກລົງສົ່ງອອກທັນຍາຫານຂອງ ຢູແກຼນ ທີຈະໝົດກຳນົດເວລາໃນວັນທີ 19 ພະຈິກຈະມາເຖິງຕື່ມອີກໜຶ່ງປີ. ຢູແກຼນ ຈະຍົກອອກບັນດາການຮັບປະກັນກັບ ລັດເຊຍ ກ່ຽວກັບການບໍ່ນຳໃຊ້ແລວປ້ອງກັນຄວາມສະຫງົບໃນທະເລດຳ ໃຫ້ແກ່ຈຸດປະສົງດ້ານການທະຫານຜ່ານຕວກກີ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຕວກກີ ຖືວ່າ: ຂໍ້ຕົກລົງທັນຍາຫານ - ຂໍ້ລິເລີ່ມທັນຍາຫານຢູ່ທະເລດຳ - ແມ່ນຕົວຢ່າງທີ່ສະແດງໃຫ້ເຫັນວ່າບັນດາຝ່າຍອາດຈະແກ້ໄຂບາງບັນຫາຜ່ານການເຈລະຈາ. ບົນພື້ນຖານນັ້ນ, ທ່ານມີຄວາມຫວັງຕໍ່ເສັ້ນທາງພາໄປເຖິງການຢຸດຍິງໃນຊຸມວັນຈະມາເຖິງ ແລະ ການປະທະກັນລະຫວ່າງສອງປະເທດບ້ານໃກ້ຄຽງນັ້ນຂອງຕວກກີ ຈະສິ້ນສຸດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ