ຕວກກີ ສະໜັບສະໜູນ ແຟງລັງ ແລະ ຊູແອັດ ເຂົ້າເປັນສະມາຊິກ NATO

(VOVWORLD) -ປະເທດນີ້ສະໜັບສະໜູນເລື່ອງ ຊູແອັດ ແລະ ແຟງລັງ ເຂົ້າເປັນສະມາຊິກ NATO; ພ້ອມທັງໃຫ້ຮູ້ວ່າ Ankara “ບັນລຸໄດ້ສິ່ງທີ່ປະເທດນີ້ຕ້ອງການ”.
ຕວກກີ ສະໜັບສະໜູນ ແຟງລັງ ແລະ ຊູແອັດ ເຂົ້າເປັນສະມາຊິກ NATO - ảnh 1ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan
(ພາບ: AFP/TTXVN)

ວັນທີ 28 ມິຖຸນາ, ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan ໄດ້ເຂົ້າຮ່ວມກອງປະຊຸມ 4 ຝ່າຍກັບການນຳບັນດາປະເທດ ຊູແອັດ, ແຟງລັງ ແລະ ທ່ານເລຂາທິການໃຫຍ່ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) Jens Stoltenberg ຢູ່ນະຄອນຫຼວງ Madrid ຂອງ ແອັດສະປາຍ, ຢູ່ນອກກອງປະຊຸມສຸດຍອດ NATO, ເຊິ່ງດຳເນີນໃນລະຫວ່າງວັນທີ 28-30 ມິຖຸນາ.

        ກ່າວຄຳເຫັນພາຍຫຼັງກອງປະຊຸມ, ທ່ານປະທານາທິບໍດີ Tayyip Erdogan ໃຫ້ຮູ້ວ່າ, ປະເທດນີ້ສະໜັບສະໜູນເລື່ອງ ຊູແອັດ ແລະ ແຟງລັງ ເຂົ້າເປັນສະມາຊິກ NATO; ພ້ອມທັງໃຫ້ຮູ້ວ່າ Ankara “ບັນລຸໄດ້ສິ່ງທີ່ປະເທດນີ້ຕ້ອງການ”. ໃນຂະນະນັ້ນ, ທ່ານປະທານາທິບໍດີ ແຟງລັງ Sauli Niinisto ໃຫ້ຮູ້ວ່າ, ຕວກກີ ໄດ້ເຊັນບົດບັນທຶກຊ່ວຍຈຳກັບປະເທດນີ້ ພ້ອມກັບ ຊູແອັດ, ໃນນັ້ນ Ankara ສະໜັບສະໜູນ 2 ປະເທດດັ່ງກ່າວເຂົ້າເປັນສະມາຊິກ NATO. ຕາມບາງແຫຼ່ງຂ່າວແລ້ວ, ໃນຂໍ້ຕົກລົງ 3 ຝ່າຍ, ແຟງລັງ, ຊູແອັດ ໃຫ້ຄຳໝັ້ນສັນຍາຍົກເລີກຄຳສັ່ງຂວ້ຳບາດຫ້າມອາວຸດສຳລັບ ຕວກກີ; ສະໜັບສະໜູນອຳນາດການປົກຄອງ ຕວກກີ ໃນບັນຫາຮັບມືກັບພັກກຳມະກອນຊາວ Kurd (PKK)…

ຕອບກັບ

ຂ່າວ/ບົດ​ອື່ນ