ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ເຖິງວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ບັນ​ດາ​ຮາກ​ຖານ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ເຂດ​ອຸດ​ສາ​ຫະ​ກຳ

(VOVWORLD) -ທ່ານ ຫວູດຶກດາມຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນວ່າ ບັນດາແຂວງ, ນະຄອນຕ້ອງເອົາໃຈໃສ່ເປັນພິເສດເຖິງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ບັນດາຮາກຖານຜະລິດດຳເນີນທຸລະກິດ, ເຂດອຸດສາຫະກຳ, ໂຮງໝໍ, ຕະຫຼາດ, ສູນການຄ້າ
ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ເຖິງວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ບັນ​ດາ​ຮາກ​ຖານ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ເຂດ​ອຸດ​ສາ​ຫະ​ກຳ - ảnh 1ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັງລອງ ກ່າວຄຳເຫັນທີ່ກອງປະຊຸມ

ວັນທີ 10 ພຶດສະພາ, ທີ່ກອງປະຊຸມຂອງຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ທ່ານ ຫວູດຶກດາມຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນວ່າ ບັນດາແຂວງ, ນະຄອນຕ້ອງເອົາໃຈໃສ່ເປັນພິເສດເຖິງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ບັນດາຮາກຖານຜະລິດດຳເນີນທຸລະກິດ, ເຂດອຸດສາຫະກຳ, ໂຮງໝໍ, ຕະຫຼາດ, ສູນການຄ້າ, ເປັນຕົ້ນແມ່ນ ເມື່ອກະຊວງສາທາລະນະສຸກຢັ້ງຢືນວ່າ ການລະບາດຂອງໂລກລະບາດໂຄວິດ - 19 ໄວກ່ວາໃນເຂດມິດ ແລະ ມີຄົນຫຼາຍ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັງລອງ ໃຫ້ຮູ້ວ່າ: ການແຜ່ລະບາດຄັ້ງທີ 4 ນີ້ ມີຄວາມສັບສົນກ່ວາຫຼາຍເມື່ອທຽບໃສ່ການແຜ່ລະບາດຄັ້ງທີ 3, ຍ້ອນການປະກົດຂຶ້ນຂອງ ເຊື້ອໄວຣັດສາຍພັນໃໝ່, ພິເສດແມ່ນສາຍພັນທີ່ມາຈາກ ອິນເດຍ ໂດຍມີການຕິດເຊື້ອໄວກ່ວາ ແລະ ແຜ່ລະບາດຢ່າງແຮງກ່ວາເກົ່າ. ທ່ານກ່າວວ່າ:

ເຊື້ອໄວຣັດ SARS – CoV – 2 ສາຍພັນມາຈາກອິນເດຍ ມີການລະບາດໄວກ່ວາເມື່ອທຽບໃສ່ສາຍພັນມາຈາກ ອັງກິດ. ໃນໄລຍະທີ່ຜ່ານມາ, ສູນຄວບຄຸມ ແລະ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 (CDC) ໄດ້ປະກາດວ່າ ມີການຕິດເຊື້ອໄວຣັັດ ໃນອາກາດ. ເພາະສະນັ້ນ, ພວກເຮົາຕ້ອງເປັນເຈົ້າການກຽມພ້ອບກັບກໍລະນີທີ່ຮ້າຍແຮງກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ