ຕາລີບານຊີ້ນຳການບຸກໂຈມຕີຈາກເຂດຊາຍແດນອາບການິດສະຖານ

ຕາລີບານຊີ້ນຳການບຸກໂຈມຕີຈາກເຂດຊາຍແດນອາບການິດສະຖານ - ảnh 1
ການ​ບຸກ​ໂຈ​ມ​ຕີ​​ໃສ່ມະ​ຫາ​ວິ​ທະ​ຍາ​ໄລ Bacha Khan
(ພາບ​: AP)

(vovworld) –​ ​ວັນ​ທີ 21/01, ຜູ້​ບັນ​ຊາ​ການ​​ກອງ​ທັບປາ​ກິດ​ສະ​ຖານ, ນາຍ​ພົນ Raheel Sharif, ໃຫ້​ຮ​ູ້​ວ່າ, ການ​ບຸກ​ໂຈ​ມ​ຕີ​​ໃສ່ມະ​ຫາ​ວິ​ທະ​ຍາ​ໄລ Bacha Khan ຢູ່ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງປະ​ເທດນີ້ ​ແມ່ນ​ປະ​ຕິ​ບັດ​ຕາມຄຳ​ສັ່ງ​ຊີ້​ນຳ​ຈາກ​ຫົວ​​ໂປ່​ຕາ​ລ​ີ​ລານ ຂອງ​ປາ​ກິດ​ສະ​ຖານ ​ຢູ່​ເຂດ​ຊາຍ​ຊາຍແດນ​ອາບ​ກາ​ກິດ​ສະ​ຖານ, ຜ່ານ​ໂທ​ລະ​ສັບ​ມື​ຖື​​​​ທີ່ຈົດ​ທະ​ບ​ຽນ​ຢູ່​ອາບ​ກາ​ນິດ​ສະ​ຖານ ຂອງ​ນັກ​ສືບ ຕາ​ລີ​ບານ ຊາວ​ປາ​ກິດ​ສະ​ຖານຜູ້​ໜຶ່ງ. ​ກອງ​ທັບ​ປາ​ກິດ​ສະ​ຖານ ໃຫ້​ຮູ້​ວ່າ, ນາຍ​ພົນ Sharif ໄດ້​ໂທ​ລະ​ສັບ​ແຈ້ງ​ໃຫ້​ປະ​ທ​າ​ນາ​ທິ​ບໍ​ດີ​ອາບ​ກາ​ນິດ​ສະ​ຖານ Ashraf Ghani ຊາບ​ກ່ຽວ​ກັບ​ຜົນ​ການ​ສືບ​ສວນ, ພ້ອມ​ທັງ​ຮຽກ​ຮ້ອງ​ການ​ຮ່ວມ​ມື​ເພື່ອ​ແນ​ໃສ່​​ກຳ​ນົດ​ສະ​ຖານ​ທີ່ ແລະ ຈັບ​ຕົວ​ບັນ​ດາ​ຜູ້​​ດຳ​ເນີນ​ການບຸກ​ໂຈມ​ຕີ ແລະ ນຳ​ມາ​ພິ​ພາກ​ສາ.

      ເຫດ​ການ​ບຸກ​ໂຈມ​ຕ​ີ​​ໃສ່ມະ​ຫາ​ວິ​ທະ​ຍາ​ໄລ Bacha Khan, ເມືອງ Charsadda, ໃນ​ວັນ​ທີ 20/01 ຜ່ານ​ມາ ໄດ້​ເຮັດ​ໃຫ້​ນັກ​ສຶກ​ສາ, ຄູ​ອາ​ຈານ ແລະ ​ເຈ​ົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວ​າມ​ສະ​ຫງົບ 21 ຄົນ​ເສຍ​ຊີ​ວິດ. ຫົວ​​ໂປ່​ຕາ​ລີ​ບານ Omar Monsoor ​ໄດ້ກ່າວ​ຮັບ​ຜິດ​ຊອບ​ດຳ​ເນີນ​ການ​ບຸກ​ໂຈມ​ຕ​ີ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ