ຕຳຫລວດ ໄທ ປະເຊີນໜ້າສາສະນິກກະຊົນນິກາຍ Dhammakaya

ຕຳຫລວດ ໄທ ປະເຊີນໜ້າສາສະນິກກະຊົນນິກາຍ Dhammakaya - ảnh 1
ຕຳຫລວດ ໄທ ປະເຊີນໜ້າ
ສາສະນິກກະຊົນນິກາຍ Dhammakaya
(ພາບ: TTXVN)

(vovworld) – ວັນ​ທີ 20/02 ຜູ້​ບັນຊາ​ການຕຳຫລວດພະລາດ​ຊະ​ວັງ ​ໄທ ທ່ານ​ພົນ​ເອກ ຈັກ​ທິບ ​ໃຈ​ຈິນດາ ​ໄດ້ຮຽກຮ້ອງພະ​ອາຈານ ປຣະທຳ ມະ​ຈະ​ໂຢ ​ເຊິ່ງ​ແມ່ນ​ຫົວ​ໜ້າ​ສາສະ​ນິກກະ​ຊົນ ນິກາຍ Dhammakaya ອອກ​ມາຍ​ອມຕົວ ​ແລະ ຮັບ​ສາລະພາບ ເພື່ອ​ຢຸດຕິ​ການປະ​ເຊີນ​ໜ້າ​ລະຫວ່າງຕຳຫລວດ ​ແລະ ບັນດາສາສະ​ນິກກະ​ຊົນຢູ່​ວັດ Dhammakaya. ທ່ານ​ພົນ​ເອກ ຈັກ​ທິບ ​ໃຈ​ຈິນດາ ກໍ່ກ່າວ​ປະນາມ​ນັກບວດ ​ແລະ ສາສະ​ນິກກະ​ຊົນ​ຈຳນວນ​ໜຶ່ງ ທີ່​ໄດ້​ຊອກ​ຫາ​ວິທີກໍ່ກວນ​ຍຸ​ແຍ່ການ​ໃຊ້​ຄວາມ​ຮຸນ​ແຮງ ​ໃນ​ຂະນະ​​ທີ່​ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ກົມ​ສືບສວນ​ພິເສດ (DSI) ​ລະງັບ​ໃຈທີ່​ສຸດ.

        ​ໃນ​ຂະນະ​ນັ້ນ ຮອງ​ຜູ້ອຳນວຍການ DSI ທ່ານ ສຸຣິຢາ ສິງຫາ​ກາ​ມົນ ຖື​ວ່າ ອົງການ​ນີ້ ຕ້ອງ​ເພີ່ມ​ທະວີ​ກຳລັງ​ປ້ອງ​ກັນ, ພາຍຫລັງ​ທີ່ສາສະ​ນິກກະ​ຊົນນັບ​ພັນ​ຄົນ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ນັກບວດ​ບາງ​ອົງ ​ໄດ້ທຳລາຍ​ຮົ້ວ​ປ້ອງ​ກັນ ​ແລະ ​ບຸກເຂົ້າ​ວັດ Dhammakaya ນັບ​ແຕ່​ວັນ​ທີ 19/02. ກຳລັງ​ເຈົ້າ​ໜ້າ​ທີ່​ບໍ່​ສາມາດ​ຄວບ​ຄຸມ​ໄດ້​ຈຳນວນຄົນ​ດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ