ຕຳຫຼວດຫວຽດນາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງອີຢູ

ຕຳຫຼວດຫວຽດນາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງອີຢູ - ảnh 1
(ທ່ານໂຕ​ເລີມ ຕ້ອນຮັບທ່ານຫົວໜ້າ​ຄະນະ​ຜູ້ຕາງໜ້າ​
ສະຫະພາບເອີ​ລົບ ປະຈຳ​ຫວຽດນາມ)
(vovworld) – ຕອນບ່າຍ​ວັນ​ທີ 06/08, ພົນ​​ໂທໂຕ​ເລີມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫຼວດຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Franz Jessen, ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ສະຫະພາບເອີ​ລົບ (EU) ປະຈຳ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ໜ້າ​ທີ່​ປະຕິບັດ​ງານ​ຢູ່​ຫວຽດນາມ ​ແລະ ທ່ານ Thomas Malinowski, ຜູ້ຊ່ວຍ​ວຽກລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ.

        ທີ່​ການ​ຕ້ອນຮັບທ່ານເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ EU ປະຈຳ​ຫວຽດນາມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໂຕ​ເລີມ ຢືນຢັນ​ວ່າ: ຍາມ​ໃດກະຊວງ​ຕຳຫຼວດ​ຫວຽດນາມ ກໍ​ເອົາ​ໃຈ​ໃສ່ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້ການ​ພົວພັນ​ຮ່ວມມືກັບ​ບັນດາ​ອົງການ​ທີ່​ມີໜ້າ​ທີ່​ຮັບຜິດຊອບ​ຂອງ​ສະຫະພາບ​ເອີ​ລົບ ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ​ກ່ວາ​ອີກ, ​ເພື່ອ​ແນ​ໃສ່​ຮັບປະກັນ​ບັນດາ​ສິດ​ຂອງ​ມະນຸດ, ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ແຕ່ລະ​ປະ​ເທດ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ,​ ທີ່​ການ​ຕ້ອນຮັບ​ຜູ້​ຊ່ວຍ​ວຽກລັດຖະມົນຕີ​ວ່າກະຊວງການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Thomas Malinowski , ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໂຕ​ເລີມ ຢືນຢັນ​ວ່າ: ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຕຳຫຼວດ​ຫວຽດນາມ ກັບ​ບັນດາ​ອົງການ​ທີ່​ມີໜ້າ​ທີ່​ຮັບຜິດຊອບ, ປະຕິບັດ​ກົດໝາຍ​ຂອງ​ອາ​ເມ​ລິ​ກາ ​ໄດ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ, ບັນລຸ​ໄດ້ຜົນ​ງານ​ຫຼາຍ​ຢ່າງ​ທີ່​ສຳຄັນ;  ປາດ​ຖະໜາ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື; ປະກອບສ່ວນ​​ໃນ​ການຮັບປະກັນ​ຄວາມ​ໝັ້ນຄົງຂອງພາກ​ພື້ນ ​ແລະ ສາກົນ.


ຂ່າວ/ບົດ​ອື່ນ