ຖັນແຖວປັນຍາຊົນ, ສິລະປິນຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ

(VOVWORLD) - ທ່ານ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຍ້ອງຍໍຊົມເຊີຍ ແລະ ຂອບໃຈການປະກອບສ່ວນຂອງຖັນແຖວປັນຍາຊົນ
ຖັນແຖວປັນຍາຊົນ, ສິລະປິນຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວຄຳເຫັນທີ່ການພົບປະ 

ກ່າວຄຳເຫັນທີ່ການພົບປະສັງສັນ, ອວຍພອນບຸນເຕັດບັນດາຜູ້ແທນເຊິ່ງເປັນປັນຍາຊົນ, ສິລະປິນ, ວັນທີ 7 ກຸມພາ, ທ່ານ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຍ້ອງຍໍຊົມເຊີຍ ແລະ ຂອບໃຈການປະກອບສ່ວນຂອງຖັນແຖວປັນຍາຊົນ, ສິລະປິນເຂົ້າໃນການພັດທະນາລວມຂອງປະເທດຊາດ. ຕາມທ່ານເລຂາທິການໃຫຍ່ແລ້ວ, ໃນສະພາບການໃໝ່, ດ້ວຍການພັດທະນາຢ່າງວ່ອງໄວຂອງວິທະຍາສາດເຕັກໂນໂລຊີ, ບັນດານັກວິທະຍາສາດມີໜ້າທີ່ໜັກໜ່ວງທີ່ສຸດ:

        “ສະເພາະການປະຕິວັດວິທະຍາສາດເຕັກໂນໂລຊີ 4.0 ພວມສ້າງການຫັນປ່ຽນຢ່າງໃຫຍ່ຫຼວງ. ນັ້ນແມ່ນຄວາມຮັບຜິດຊອບລວມ, ແຕ່ກ່ອນອື່ນໝົດບັນດານັກວິທະຍາສາດຕ້ອງແບກຫາບມີຄວາມຮັບຜິດຊອບອັນໜັກໜ່ວງແຕ່ກໍ່ມີຄວາມເປັນກຽດຢ່າງຍິງ. ຫວັງວ່າ ບັນດານັກວິທະຍາສາດ, ປັນຍາຊົນ, ສິລະປິນ ກ້າວເຂົ້າສູ່ປີໃໝ່ສືບຕໍ່ມີຄວາມເຊື່ອໝັ້ນໃໝ່, ມີກຳລັງໜູນໃໝ່. ຂ້າພະເຈົ້າເຊື່ອໝັ້ນຢ່າງແນ່ວແນ່ວ່າ ກ້າວເຂົ້າສູ່ປີໃນປີຈໍ 2018 ຈະສືບຕໍ່ພັດທະນາ, ໃນນັ້ນມີການປະກອບສ່ວນອັນໃຫຍ່ຫຼວງຂອງຖັນແຖວປັນຍາຊົນ, ສິລະປິນ.”

ຕອບກັບ

ຂ່າວ/ບົດ​ອື່ນ