ຖະ​ແຫຼງ​ການ​ຮ່ວມ​ລະ​ຫວ່າງ ຫວຽດ​ນາມ - ອົດ​ສະ​ຕາ​ລີ

(VOVWORLD) -ພາຍຫຼັງການເຈລະຈາລະຫວ່າງນາຍົກລັດຖະມົນຕີ ສອງປະເທດ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ.
ຖະ​ແຫຼງ​ການ​ຮ່ວມ​ລະ​ຫວ່າງ ຫວຽດ​ນາມ - ອົດ​ສະ​ຕາ​ລີ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານ ນາຍົກລັດຖະມົນຕີ ອົດສະຕາລີ Scott Morrison

ນາຍົກລັດຖະມົນຕີສອງທ່ານໄດ້ຮັບຮູ້ການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດໄດ້ສ້າງຕັ້ງບົນພື້ນຖານການເຄົາລົບ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ຄວາມຄ້າຍຄືກັນທາງດ້ານຜົນປະໂຫຍດກໍ່ຄືຄວາມສະໜິດຕິດພັນ ນັບມື້ນັບ ເລິກເຊິ່ງ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບ ຊຸກຍູ້ການພົວພັນສອງປະເທດໃຫ້ເລິກເຊິ່ງກ້ວາງຂວາງ, ມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2023.

ນາຍົກລັດຖະມົນຕີ ສອງທ່ານໄດ້ເຫັນດີເປັນເອກະພາບສ້າງຍຸດທະສາດການຮ່ວມມືເສດຖະກິດເພີ່ມທະວີດ້ວຍເປົ້າໝາຍກາຍເປັນໜຶ່ງໃນ 10 ຄູ່ຮ່ວມມືການຄ້າແຖວໜ້າຂອງກັນ ແລະ ເພີ່ມເງິນລົງທຶນ ສອງສົ້ນໃຫ້ທົບ 2 ເທົ່າ.

ນາຍົກລັດຖະມົນຕີ 2 ທ່ານໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຊຸກຍູ້ບັນດາກາລະໂອກາດເສດຖະກິດສອງຝ່າຍ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນຜ່ານບັນດາສັນຍາການຄ້າເສລີ ແລະ ຮ່ວມມືໃນຂອບເຂດເສດຖະກິດຫຼາຍຝ່າຍ.

        ອົດສະຕາລີຈະສືບຕໍ່ໜູນຊ່ວຍການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ຄວາມໝັ້ນຄົງໃນໂລກ, ສອງປະເທດຈະເພີ່ມທະວີການຮ່ວມມືໃນຂົງເຂດພູມປັນຍາ ແລະ ປ່ຽນແປງໃໝ່.

ສອງຝ່າຍສົ່ງເສີມບັນດາທ້ອງຖິ່ນຍູ້ແຮງການຮ່ວມມືຜ່ານການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແບ່ງປັນຄວາມຮູ້ກ່ຽວກັບການຄຸ້ມຄອງ, ພິເສດແມ່ນໃນການວາງແຜນຜັງຕົວເມືອງ, ພື້ນຖານໂຄງລ່າງການຄົມມະນາຄົມ, ການສຶກສາ ແລະ ບຳລຸງກໍ່ສ້າງ, ແລະ ເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ.

        ສອງຝ່າຍໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ສ້າງອົງປະກອບພາກພື້ນເປີດ, ກວມລວມ, ວັດທະນາຖາວອນ ແລະ ມີຄວາມປອດໄພບົນພື້ນຖານການເຄົາລົບກົດໝາຍສາກົນ, ອຳນາດອະທິປະໄຕ, ເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ