ຖະແຫຼງການຮ່ວມຫວຽດນາມແລະສະຫະພາບເອີລົບ

(vovworld) –  ​​ເນື່ອງ​ໃນ​ໂອກາດ​ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ (EC) José Manuel Barroso ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນທາງ​ການ​ແຕ່​ວັນ​ທີ 25 – 26/8/2014, ວັນ​ທີ 25/8, 2 ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ຊີ້​ແຈ້ງ​ໝາກຜົນ​ຂອງ​ການ​ຢ້ຽມຢາມ. ຕາມ​ນັ້ນ​ແລ້ວ, ​ໃນ​ການ​ພົບ​ປະ​ຄັ້ງ​ຕ່າງໆ, ການ​ນຳ 2 ຝ່າຍ​ຕີ​ລາຄາ​ສູງ​ສັນຍາ​ແມ່​ກ່ຽວ​ກັບ​ຄູ່​ຮ່ວມ​ມື ​ແລະ ການຮ່ວມ​ມື​ຮອບດ້ານ (PCA) ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ, ​ຖື​ນີ້​ແມ່ນ​ບາດກ້າວກະ​ໂດດ​ຂັ້ນ​ກ່ຽວ​ກັບຄຸນ​ນະພາ​ບຂອງ​ການ​ພົວພັນ​ຄູ່ຮ່ວມ​ມື 2 ຝ່າຍ, ອະນຸຍາດ​​ໃຫ້​ພັດທະນາ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ໃນ​ຂົງ​ເຂດການ​ຄ້າ ​ແລະ ພັດທະນາ​ບັນດາ​ຂົງ​ເຂດ​ອື່ນໆ​ຄື: ສິ່ງ​ແວດ​ລ້ອມ ​ແລະ ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ, ສິດທິ​ມະນຸດ​.​..​ ທ່ານ​ປະທານ EC Barroso ​ເນັ້ນ​ໜັກ​​ໃຫ້​ຄຳ​ໝັ້ນ​ສັນຍາ​ຂອງ ອີ​ຢູ ​ໃນ​ການ​ພົວພັນ​ກັບ ຫວຽດນາມ, ຕີ​ລາຄາ​ສູງ​ບົດບາດ​ຂອງ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ ອີ​ຢູ ​ແລະ ​ແມ່ນ​ສະມາຊິກ​ສຳຄັນ​ໃນ​ອາຊຽນ ​ແລະ ​ໃນ​ໂລກ. 2 ຝ່າຍ​ຊົມ​ເຊີຍ​ເລື່ອງ​ສືບ​ຕໍ່​ເປີດ​ກ້ວາງ​ການ​ຄ້າ 2 ຝ່າຍ ​ແລະ ທີ່​ຕັ້ງບົດບາດ​ຂອງ ອີ​ຢູ ​ແມ່ນ​ຕະຫຼາດ​ສົ່ງອອກ​ໃຫຍ່​ທີ່​ສຸດ ​ແລະ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ 2 ຂອງ ຫວຽດນາມ. ທ່ານ​ປະທານ EC Barroso ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ແມ່ນ​ຈຸດ​ນັດ​ພົບ​ທີ່​ດູດ​ດື່ມສຳລັບ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ບັນດາ​ນັກ​ລົງທຶນ ​ແລະ ວິ​ສາ​ຫະກິດ​ເອີ​ລົບ. ຫວັງ​ວ່າ​ຈະ​ສຳ​ເລັດ​ວິວັດທະນາ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ.

ຖະແຫຼງການຮ່ວມຫວຽດນາມແລະສະຫະພາບເອີລົບ - ảnh 1
ການປະຊຸມຂ່າວຮ່ວມລະຫວ່າງ 2 ຝ່າຍ
(ພາບ: VGP/Nhật Bắc)

    ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ສົ່ງ​ເສີມ ​ແລະ ສ້າ​ງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ​ເອີ​ລົບ ຍູ້​ແຮງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ ​ແລະ ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື, ພິ​ເສດ​ໃນ​ບັນດາ​ຂົງ​ເຂດ​ບຸລິມະສິດ​ໃນ​ນັ້ນ​ມີ​ອຸດສາຫະກຳ, ພື້ນຖານ​ໂຄງ​ລ່າງ, ຄົມມະນາຄົມ​ຂົນ​ສົ່ງ, ພະລັງງານ.​.​.​

    ການ​ນຳ 2 ຝ່າຍ​ປຶກສາ​ຫາ​ລື​ກ່ຽວ​ກັບ​ສະພາບ​ຄວາມ​ເຄັ່ງ​ຕຶງ​​ໃນ​ປະຈຸ​ບັນ​ຢູ່​ທະ​​ເລ​ຕາ​ເວັນ​ອອກ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ວ່າ​ຄວນ​ແກ້​ໄຂ​ບັນຫາ​ດ້ວຍ​ມາດ​ຕະການສັນຕິ​ວິທີບົນ​ຈິດ​ໃຈ​ຮ່ວມ​ມື ​ແລະ ​ເຄົາລົບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນ​ທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS 1982). ທ່ານ​ປະທານ EC Barroso ​ໄດ້​ຢັ້ງຢືນ​ຄືນ​ໃໝ່​ການ​ສະໜັບສະໜູນ​ຂອງ ອີ​ຢູ ສຳລັບ​ວິວັດທະນາ​ການ​ການ​ເມືອງ - ການ​ທູດ ​ແລະ ສິດທວງ​ເອົາ​ສິດ​ອະທິປະ​ໄຕຂ​ອງບັນ​ດາ​ຝ່າຍ, ​ຊອກ​ຫາ​ມາດ​ຕະການ​ສັນຕິພາບ​ໃນ​ບັນ​ດາ​ການ​ຂັດ​ແຍ້​ງທີ່​ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ບັນດາ​ກົນ​ໄກ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງດ້ວຍ​ກົດໝາຍ. ທ່ານ Barroso ກໍ່​ຢັ້ງຢືນ​ການ​ສະໜັບສະໜູນ​ຂອງ ອີ​ຢູ ສຳລັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ໃນ​ປະຈຸ​ບັນ​ເພື່ອ​ແນ​ໃສ່​ກ້າວ​ໄປ​ເຖິງປະມວນ​ຂໍ້​ກຳນົດ​ການ​ປະພຶດທາງ​ການ ​ແລະ ມີ​ຄວາມ​ຜຸ​ກຮັດ​ດ້ານ​ກົດໝາຍ.

 

 

 

ຂ່າວ/ບົດ​ອື່ນ