ທູດທະຫານບັນດາປະເທດຕີລາຄາສູງ ຫວຽດນາມ ໃນການ ຊອກຫາເຮືອບິນ MH 370 ຂອງມາເລເຊຍ ທີ່ຫາຍສາບສູນ

ທູດທະຫານບັນດາປະເທດຕີລາຄາສູງ ຫວຽດນາມ ໃນການ ຊອກຫາເຮືອບິນ MH 370 ຂອງມາເລເຊຍ ທີ່ຫາຍສາບສູນ - ảnh 1
(ຫວຽດນາມເຂົ້າຮ່ວມການ​ຊອກ​ຫາ​ເຮືອບິນ MH 370)

(vovworld) – ຕອນ​ບ່າຍ​ວັນ​ທີ 01/04, ທີ່​ຮ່າ​ໂນ້ຍ, ກົມ​ພົວພັນ​ຕ່າງປະ​ເທ​ດ (ກະຊວງ​ປ້ອງ​ກັນ​ປະ​ເທດ) ສົມທົບ​ກັບ​ກົມ​ກູ້​ໄພ​ກູ້​ຊີບ (ກອງ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ) ​ໄດ້​ມີ​ການ​ເຮັດ​ວຽກ ​ແລະ ​ແຈ້ງ​ໃຫ້​​ຄະນະທູດທະຫານຂອງ 21 ປະ​ເທດປະຈຳ​ຫວຽດນາມ ຊາບກ່ຽວ​ກັບ​ການ​ຊອກ​ຫາ​ເຮືອບິນ MH 370 ຂອງ​ມາ​ເລ​ເຊຍ ທີ່​ຫາຍ​ສາບ​ສູນ.

        ທີ່​ການ​ເຮັດ​ວຽກ, ທູດ​ທະານບັນດາ​ປະ​ເທດ​ໄດ້​ຕີ​ລາຄາ​ສູງ​ການ​ເຄື່ອນ​ໄຫວ​ຊອກ​ຫາ​ເຮືອບິນ MH 370 ຂອງ​ມາ​ເລ​ເຊຍ ທີ່​ຫາຍ​ສາບ​ສູນ​ໃນ​ຊຸມ​ມື​ຜ່ານ​ມາ, ສະ​ແດງ​​ໃຫ້​ເຫັນທ່າ​ທີ, ຄວາມ​ຮັບຜິດຊອບ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ການ​ປະຕິບັດ​ບັນດາສົນທິສັນຍາ​ສາກົນເຊິ່ງຫວຽດນາມ ​ໄດ້​ເຂົ້າ​ຮ່ວມ; ພ້ອມ​ທັງ​ສະ​ແດງ​ນຳ​ໃຈ​ສາມັກຄີ, ມິດຕະພາບ​ຂອງ​ຫວຽດນາມ ທີ່​ມີ​ຕໍ່ວົງ​ຄະນະ​ຍາດ​ສາກົນ ກໍ່​ຄື​ຈິດ​ໃຈ​ມະນຸດສະທຳ​ຂອງ​ຫວຽດນາມ ​ໃນ​ການ​ຊອກ​ຫາ, ກູ້​ໄພ​ກູ້​ຊີ​ບສາກົນ​ເມື່ອ​ເກີດ​ອຸບັດ​ຕິ​ເຫດ, ​ໄພ​ທຳ​ມະ​ຊາດ.

ຂ່າວ/ບົດ​ອື່ນ