ທູດພິເສດຂອງ ສປຊ ສຸມໃສ່ຄວາມມານະພະຍາຍາມສ້າງບັນດາລະບອບລະບຽບການຢູ່ ລີບີ

(VOVWORLD) - ບັນດາລະບອບລະບຽບການຂອງລັດອາດຈະເລີ່ມເຄື່ອນໄຫວ, ລີບີ ຈະປ່ຽນແປງພາຍຫຼັງເກີດສະພາບວຸ່ນວາຍເປັນເວລາຫຼາຍປີ, ນັບແຕ່ປີ 2011
 

ທູດພິເສດຂອງ ສປຊ ສຸມໃສ່ຄວາມມານະພະຍາຍາມສ້າງບັນດາລະບອບລະບຽບການຢູ່ ລີບີ - ảnh 1 ທ່ານ Ghassan Salame, ທູດພິເສດຂອງ ສປຊ ກ່ຽວກັບລີບີ

(ພາບ: AFP)

ວັນທີ 18 ພະຈິກ,  ທ່ານ Ghassan Salame, ທູດພິເສດຂອງ ສປຊ ກ່ຽວກັບລີບີ ໃຫ້ຮູ້ວ່າ: ປະຈຸບັນ, ທ່ານພວມສຸມໃສ່ຄວາມມານະພະຍາຍາມເຂົ້າໃນການສ້າງບັນດາລະບອບລະບຽບການຢູ່ ລີບີ, ຄືດັ່ງວິທີເພື່ອແນໃສ່ທ້ອນໂຮມປະເທດທີ່ພວມຖືກສົງຄາມທຳລາຍນີ້ເປັນເອກະພາບ.

        ທ່ານ Salame ຖືວ່າ: ບັນດາລະບອບລະບຽບການຂອງລັດອາດຈະເລີ່ມເຄື່ອນໄຫວ, ລີບີ ຈະປ່ຽນແປງພາຍຫຼັງເກີດສະພາບວຸ່ນວາຍເປັນເວລາຫຼາຍປີ, ນັບແຕ່ປີ 2011. ທ່ານຢັ້ງຢືນວ່າ ຖ້າຫາກໜຶ່ງ ໃນຈຳນວນ 2 ປີຈະມາເຖິງ, ລີບີ ອາດຈະເລີ່ມທ້ອນໂຮມເປັນເອກະພາບ, ຟື້ນຟູ ແລະ ປົດປ່ອຍບັນດາລະບອບລະບຽບການ, ປະເທດນີ້ຈະເດີນຕາມເສັ້ນທາງອື່ນ.

        ໃນແຜນການເຄື່ອນໄຫວຂອງຕົນ, ທ່ານທູດພິເສດຂອງ ສປຊ ຫວັງວ່າ ຈະຈັດຕັ້ງການເລືອກຕັ້ງດ້ວຍວຽກງານທຳອິດແມ່ນສ້າງບັນຊີລາຍຊື່ບັນດາຜູ້ມີສິດເລືອກຕັ້ງໃນເດືອນ ທັນວາ ຈະມາເຖິງ ແລະ ຮຽກໂຮມກອງປະຊຸມແຫ່ງຊາດດ້ວຍການເຂົ້າຮ່ວມຂອງທຸກໆພັກຝ່າຍຢູ່ລີບີ ໃນເດືອນ ກຸມພາ 2018 ເພື່ອເປັນເອກະພາບແຜນການດຳເນີນການເລືອກຕັ້ງ. ການລົງປະຊາມະຕິ ກ່ຽວກັບລັດຖະທຳມະນູນ ກໍ່ນອນໃນແຜນການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ