ທູດ​ພິ​ເສດ​ຂອງ ສ​ປ​ຊ ຮຽກ​ຮ້ອງ​ໃຫ້ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່ ຊີ​ຣີ

(VOVWORLD) - ວັນທີ 17 ມີນາ, ທູດພິເສດຂອງ ສປຊ ຮັບຜິດຊອບ ຊີຣີ ທ່ານ Geir Pedersen  ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການປັດຈຸບັນຢູ່ ຊີຣີ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຫຼຸດຜ່ອນຄວາມເຄັ່ງຕຶງ.
ທູດ​ພິ​ເສດ​ຂອງ ສ​ປ​ຊ ຮຽກ​ຮ້ອງ​ໃຫ້ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່ ຊີ​ຣີ - ảnh 1ສະພາບການຢູ່ນະຄອນຫຼວງ Damascus, ຊີຣີ ພາຍຫຼັງການບຸກໂຈມຕີທາງອາກາດ ໃນວັນທີ 21 ກຸມພາ 2024 (ພາບ:AFP/TTXVN)

ພາຍຫຼັງການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຊີຣີ Faisal Mekdad ຢູ່ນະຄອນຫຼວງ Damascus, ທ່ານ Geir Pedersen  ຊີ້ແຈ້ງວ່າ ບັນດາສິ່ງທ້າທາຍຂອງປະເທດຕາເວັນອອກກາງນີ້ ກ່ຽວຂ້ອງເຖິງຄວາມໝັ້ນຄົງ, ເສດຖະກິດ ແລະ ວິວັດທະນາການການເມືອງ. ຕາມທ່ານ Geir Pedersen ແລ້ວ, ສະພາບການຢູ່ ຊີຣີ ໃນປັດຈຸບັນ ແມ່ນປະສົບກັບຄວາມຫຍຸ້ງຍາກທີ່ສຸດ ນັບແຕ່ເມື່ອຄວາມຕ້ອງການມະນຸດສະທຳນັບມື້ນັບເພີ່ມຂຶ້ນ, ໃນສະພາບການບັນດາແຫຼ່ງເງິນຊ່ວຍເຫຼືອຫຼຸດລົງ.  ທ່ານຢັ້ງຢືນວ່າ ສປຊ ຈະສືບຕໍ່ໃຫ້ການໜູນຊ່ວຍເພື່ອເພີ່ມແຫຼ່ງເງິນຊ່ວຍເຫຼືອໃຫ້ແກ່ ຊີຣີ ແນໃສ່ຊ່ວຍປະເທດນີ້ແກ້ໄຂບັນດາສິ່ງທ້າທາຍດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ