ທົ່ວປະເທດຈັດຕັ້ງການເຄື່ອນໄຫວຫລາຍຢ່າງເພື່ອສະແດງຄວາມຮູ້ບຸນຄຸນບັນດານັກຮົບເສຍສະຫລະຊີວິດເພື່ອຊາດ

ທົ່ວປະເທດຈັດຕັ້ງການເຄື່ອນໄຫວຫລາຍຢ່າງເພື່ອສະແດງຄວາມຮູ້ບຸນຄຸນບັນດານັກຮົບເສຍສະຫລະຊີວິດເພື່ອຊາດ - ảnh 1
ພິ​ທີ​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດຢູ່​ ຕາ​ແສງ ດ້ຽນ​ບານ ແຂວງ ກວ່າງ​ນາມ

(vovworld)-​ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 68 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່​ອ​ຊາດ (27/7) ຢູ່​ຫລາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ, ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງ​ຂວັນ​ໃຫ້​ທະ​ຫານ​ເສຍ​ອົງ​ຄະ, ຄອບ​ຄົວ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດເພື່ອ​ຊາດ. ຕອນ​ເຊົ້າ​ວັນ​ທີ 26/7, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ຄະ​ນະ​ກຳ​ມະ​ການກວດ​ການ​ສູ​ນ​ກາງ ໂດຍ​ທ່ານ ໂງວັນ​ຢູ້ ຫົວ​ຫນ້າ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ນຳ​ຫນ້າ ໄດ້​ໄປ​ຖະ​ຫວາຍ​ທູບ​ທ​ຽນ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ສຸ​ສານ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ ເຈື່ອງ​ເຊີນ ແຂວງ ກວ໋າງ​ຈີ້ ແລະ ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ຄອບ​ຄົວ​ທະ​ຫານ​ເສຍ​ອົງ​ຄະ. ໃນ​ໂອ​ກາດນີ້ ການ​ນຳ​ແຂວງ ເງ້​ອານ  ໄດ້​ໄປ​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ຄອບ​ຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ທະ​ຫານ​ເສຍ​ອົງ​ຄະ, ຄອບ​ຄົວ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.

ແລະ​ເນື່ອ​ໃນ​ໂອ​ກາດນີ້, ໃນ​ລາຍ​ການ​ໂທ​ລະ​ພາບ: ປະ​ຊາ​ຊົນ​ຖາມ ລັດ​ຖະ​ມົນ​ຕີ​ຕອບ, ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ່​ວຽນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໄດ້​ຢືນ​ຢັນ​ວ່າ: ພັກ, ລັດ ຫວຽດ​ນາມ​ຍາມ​ໃດ​ກໍ​ປະ​ຕິ​ບັດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ສຳ​ລັບ​ບັນ​ດາ​ຜູ້​ທີ່​ເຂົ້າ​ຮ່ວມ​ການ​ຕໍ່​ຕ້ານ ແລະ ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ນະ​ໂຍ​ບາຍ​ເບິ່ງ​ແຍງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ບັນ​ດາ​ຄອບ​ຄົວ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ, ທະ​ຫານ​ເຈັບ​ປ່ວຍ, ແມ່​ຫວຽດ​ນາມ ວິ​ລະ​ຊົນ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ພິ​ເສດ​ແມ່ນ​ວຽກ​ງານ​ຫນູນ​ຊ່ວຍ​ດ້ານ​ສຶກ​ສາ​ໃຫ້​ລູກ​ຫລານ​ບັນ​ດາ​ຄອບ​ຄົວ​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ.

ຂ່າວ/ບົດ​ອື່ນ