ທົ່ວປະເທດຕອບສະໜອງວັນແລ່ນໂອລິມປິກເພື່ອສຸຂະພາບທົ່ວປວງຊົນ

(VOVWORLD) -ຕອນເຊົ້າວັນທີ 24 ມີນາ, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ແລະ ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ສົມທົບກັນຈັດການເຄື່ອນໄຫວ “ວັນແລ່ນໂອລິມປິກເພື່ອສຸຂະພາບທົ່ວປວງຊົນ”, ພິທີປຸກລະດົມງານແຂ່ງຂັນແລ່ນຊິງລາງວັນໜັງສືພິມຮ່າໂນ້ຍໃໝ່ເປີດກ້ວາງຄັ້ງທີ 46-ເພື່ອສັນຕິພາບປີ 2019
       ທົ່ວປະເທດຕອບສະໜອງວັນແລ່ນໂອລິມປິກເພື່ອສຸຂະພາບທົ່ວປວງຊົນ - ảnh 1 ການແລ່ນໂອລິມປິກເພື່ອສຸຂະພາບທົ່ວປວງຊົນ

ງານແຂ່ງຂັນແລ່ນປີນີ້ ຖືກຈັດຂຶ້ນໃນບໍລິເວນອ້ອມໜອງຮ່ວານກ້ຽມ, ຮ່າໂນ້ຍ ຊຶ່ງໄດ້ດຶງດູດການເຂົ້າຮ່ວມຂອງ 8 ພັນຄົນ.   

     ທ່ານ ເວືອງບິກທັ້ງ ຫົວໜ້າກົມໃຫຍ່ກິລາ ເວົ້າວ່າ :

    “ ວັນທີ 27 ມີນາ ແມ່ນວັນມູນເຊື້ອຂອງຂະແໜງກິລາກາຍຍະກຳ ຊຶ່ງແມ່ນວັນທີ່ລັດຖະບານຫວຽດນາມໄດ້ອອກຂໍ້ຕົກລົງຖືເປັນວັນກິລາຫວຽດນາມ. ໃນວັນນີ້ ຈະຈັດໃຫ້ມີບັນດາການເຄືອ່ນໄຫວກິລາກາຍຍະກຳໃນຂອບເຂດທົ່ວປະເທດເພື່ອຕອບສະໜອງຄຳຮຽກຮ້ອງຂອງປະທານໂຮ່ຈິມິນ. ເນື່ອງໃນໂອກາດນີ້, ຂະແໜງກິລາຫວຽດນາມ ໄດ້ ຈັດການເຄື່ອນໄຫວແລ່ນໂອລິມປິກເພື່ອສຸຂະພາບທົ່ວປວງຊົນ, ທັງນີ້ກໍເປັນການຍົກສູງສຸຂະພາບໃຫ້ແກ່ປະຊາຊົນເພື່ອເພິ່ມຄຸນນະພາບການຮ່ຳຮຽນ, ເຮັດວຽກ ແລະ ອອກແຮງງານ”

 

ຕອບກັບ

ຂ່າວ/ບົດ​ອື່ນ