ທະນາຄານໂລກ ຄາດຄະເນວ່າ ປີ 2021, ການເຕີບໂຕເສດຖະກິດ ຂອງ ຫວຽດນາມ ຈະບັນລຸ ປະມານ 6,8%

(VOVWORLD) -ທ່ານ Carolyn Turk ຜູ້ອໍານວຍການແຫ່ງຊາດທະນາຄານໂລກ ປະຈໍາ ຫວຽດນາມ ໄດ້ເນັ້ນໜັກວ່າ ຫວຽດນາມພວມຢູ່ຕໍ່ໜ້າບາດລ້ຽວເພື່ອຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19. ຫວຽດນາມ ພວມມີໂອກາດເພື່ອເລືອກເອົາເສັ້ນທາງພັດທະນາຂຽວກ່ວາ, ທັນສະໄໝ ແລະ ກວມລວມກ່ວາ.
ທະນາຄານໂລກ ຄາດຄະເນວ່າ ປີ 2021, ການເຕີບໂຕເສດຖະກິດ ຂອງ ຫວຽດນາມ ຈະບັນລຸ ປະມານ 6,8% - ảnh 1ການລາຍງານ (ພາບ: BNEWS/TTXVN) 

ໃນໄລຍະທີ່ຜ່ານມາ, ແງ່ຫວັງຂອງ ຫວຽດນາມ ໄດ້ຮັບຖືວ່າ ແມ່ນຕັ້ງໜ້າ ເມື່ອພື້ນຖານເສດຖະກິດ ໄດ້ຮັບການຄາດຄະເນວ່າ ຈະມີການເຕີບໂຕ ປະມານ 6,8%ໃນປີ 2021 ແລະ ຈະຢູ່ໃນລະດັບ 6,5% ໃນຊຸມປີຕໍ່ໄປ. ນີ້ແມ່ນເນື້ອໃນທີ່ເປັນໜ້າສົນໃຈ ໃນ “ບົດລາຍງານຫວນຄືນ - ອັບເດດ ສະພາບການເສດຖະກິດ ຫວຽດນາມ” ໂດຍທະນາຄານໂລກ ປະກາດໃນວັນທີ 21 ທັນວາ.

ທ່ານ Carolyn Turk ຜູ້ອໍານວຍການແຫ່ງຊາດທະນາຄານໂລກ ປະຈໍາ ຫວຽດນາມ ໄດ້ເນັ້ນໜັກວ່າ ຫວຽດນາມພວມຢູ່ຕໍ່ໜ້າບາດລ້ຽວເພື່ອຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19. ຫວຽດນາມ ພວມມີໂອກາດເພື່ອເລືອກເອົາເສັ້ນທາງພັດທະນາຂຽວກ່ວາ, ທັນສະໄໝ ແລະ ກວມລວມກ່ວາ.

ຕາມບົດລາຍງານແລ້ວ, ເຖິງວ່າຕ້ອງປະເຊີນໜ້າກັບສິ່ງທ້າທາຍທີ່ໃຫຍ່ຫຼວງທີ່ສຸດໃນທົ່ວໂລກ ໃນຫຼາຍທົດສະວັດທີ່ຜ່ານມາກໍ່ຕາມແຕ່ຄາດວ່າ ການເຕີບໂຕຂອງຫວຽດນາມຈະບັນລຸ ເກືອບ 3%ໃນປີ 2020 ໃນຂະນະທີ່ ເສດຖະກິດໂລກຄາດວ່າຈະຫຼຸດລົງຢ່າງໜ້ອຍສຸດແມ່ນ 4%.

ບົດລາຍງານຂອງທະນາຄານໂລກກໍ່ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ: ຫວຽດນາມ ອາດຈະບັນລຸໄດ້ຄວາມມຸ່ງຫວັງກາຍເປັນພື້ນຖານເສດຖະກິດທີ່ມີລາຍຮັບສູງກ່ອນປີ 2045 ຫຼືບໍ່ ບໍ່ພຽງແຕ່ອີງໃສ່ຜົນສຳເລັດໃນການຄວບຄຸມວິກິດການຈາກໂລກລະບາດໂຄວິດ - 19 ຂອງ ຫວຽດນາມເທົ່ານັ້ນຫາກຍັງຕ້ອງອີງໃສ່ປະສິດທິຜົນໃນການຄວບຄຸມບັນດາແຫຼ່ງຊັບພະຍາກອນທຳມະຊາດ ແລະ ຄວາມສ່ຽງຈາກດິນຟ້າອາກາດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ