ທະນາຄານໂລກ ໜູນຊ່ວຍຫວຽດນາມ ໃນຍຸດທະສາດສັງລວມການພັດທະນາການສຶກສາຂັ້ນມະຫາວິທະຍາໄລ

(VOVWORLD) -ທ່ານ ຟຸ່ງຊວນຫຍະ ລັດຖະມົນຕີກະຊວງສຶກສາ ແລະ ບໍາລຸງສ້າງຫວຽດນາມ ໄດ້ມີການເຮັດວຽກກັບຜູ້ຕາງໜ້າທະນາຄານໂລກ (WB) ເພື່ອແນໃສ່ກໍານົດທິດໃຫ້ແກ່ວຽກງານປຶກສາສ້າງຍຸດທະສາດສັງລວມໃຫ້ແກ່ການພັດທະນາການສຶກສາຂັ້ນມະຫາວິທະຍາໄລຢູ່ຫວຽດນາມ ໄລຍະ 2021 – 2030, ວິໄສທັດເຖິງປີ 2045.

ຕອນບ່າຍວັນທີ 16 ເມສາ, ຢູ່ ຮ່າໂນ້ຍ, ທ່ານ ຟຸ່ງຊວນຫຍະ ລັດຖະມົນຕີກະຊວງສຶກສາ ແລະ ບໍາລຸງສ້າງຫວຽດນາມ ໄດ້ມີການເຮັດວຽກກັບຜູ້ຕາງໜ້າທະນາຄານໂລກ (WB) ເພື່ອແນໃສ່ກໍານົດທິດໃຫ້ແກ່ວຽກງານປຶກສາສ້າງຍຸດທະສາດສັງລວມໃຫ້ແກ່ການພັດທະນາການສຶກສາຂັ້ນມະຫາວິທະຍາໄລຢູ່ຫວຽດນາມ ໄລຍະ 2021 – 2030, ວິໄສທັດເຖິງປີ 2045.

        ທີ່ການເຮັດວຽກ, ທ່ານລັດຖະມົນຕີ ຟຸ່ງຊວນຫຍະ ສະເໜີທະນາຄານໂລກ ໜູນຊ່ວຍຫວຽດນາມໃນການສ້າງ, ປັບປຸງລະບອບລະບຽບການໃຫ້ສົມບູນແບບ; ຍົກສູງປະສິດທິຜົນໃນການບໍລິຫານລະບົບ ແລະ ຄຸ້ມຄອງມະຫາວິທະຍາໄລແຕ່ລະແຫ່ງ. ພ້ອມທັງປາດຖະໜາວ່າ ທ້າຍປີ 2019, ທະນາຄານໂລກ ຈະໜູນຊ່ວຍຫວຽດນາມ ສ້າງຍຸດທະສາດສັງລວມໃຫ້ແກ່ການພັດທະນາການສຶກສາ -ບໍາລຸງສ້າງ, ສ້າງລະບົບມາດຕະຖານ, ນະໂຍບາຍແມ່ ເພື່ອແນໃສ່ຈັດວາງລະບົບການສຶກສາ-ບໍາລຸງສ້າງໃຫ້ເໝາະສົມ. ທ່ານລັດຖະມົນຕີ ຟຸ່ງຊວນຫຍະ ສະເໜີ ທະນາຄານໂລກ ພ້ອມກັບ ມະຫາວິທະຍາໄລແຫ່ງຕ່າງໆ ເຂົ້າຮ່ວມການປ່ຽນແປງໃໝ່ການເຄື່ອນໄຫວຄຸ້ມຄອງບໍລິຫານ, ເອົາໃຈໃສ່່ບໍລິຫານຢ່າງຖືກຕ້ອງຕາມເປົ້າໝາຍ ຕິດພັນກັບການປ່ຽນແປງໃໝ່, ປະດິດຄິດສ້າງ...

ທູຮັ່ງ - ນັກຂ່າວ VOV

ຕອບກັບ

ຂ່າວ/ບົດ​ອື່ນ