ທະນາຄານໂລກອຸປະຖຳໃຫ້ການຜັນຂະຫຍາຍໂຄງການຂຽວ-ສະອາດ-ສວຍງາມຢູ່ ເກີນເທີ

ທະນາຄານໂລກອຸປະຖຳໃຫ້ການຜັນຂະຫຍາຍໂຄງການຂຽວ-ສະອາດ-ສວຍງາມຢູ່ ເກີນເທີ - ảnh 1
ໂຄ​ງການ ຂຽວ - ສະ​ອາດ - ສວຍງາມ ​ປີ 2017
(ພາບ: TTXVN)

(vovworld) - ວັນ​ທີ 21/02 ທີ່​ການ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ເກີນ​ເທີ ​ແລະ ບັນດາ​ພະ​ແນ​ກ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ນະຄອນ​ກ່ຽວ​ກັບ​ສະພາບການ​ຜັນ​ຂະຫຍາຍ​ໂຄ​ງການ ຂຽວ - ສະ​ອາດ - ສວຍງາມ ​ປີ 2017, ທ່ານ ​ເຈີ່ນ​ມີ​ງຟ໋າດ ຮອງ​ຜູ້​ອຳ​ນາຍ​ການ​ຄະນະ​ຄຸ້ມຄອງ​ໂຄງການ​ໜູນ​ຊ່ວຍ​ພັດທະນາ​ທາງການ (ODA) ນະຄອນ ​ເກີນ​ເທີ ​ໃຫ້​ຮູ້​ວ່າ: ທະນາຄານ​ໂລກ​ອຸປະຖຳ​ເງິນ​ຈຳນວນ 500.000 USD ​ໃຫ້ ​ເກີນ​ເທີ ​ເພື່ອຜັນ​ຂະຫຍາຍ​ໂຄງການ ຂຽວ - ສະ​ອາດ - ສວຍງາມ ຂຶ້ນ​ກັບ​​ໂຄງການ​ຍົກ​ລະດັບ​​ຕົວ​ເມືອງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມ - ໂຄງການຂະໜາດ​ນ້ອຍ​ນະຄອນ ​ເກີນ​ເທີ ​ໃນ​ບໍລິ​ເວນ 4 ​ເມືອງ. ບັນດາ​ການ​ເຄື່ອນ​ໄຫວ​ຂອງ​​ໂຄງການ​ຂຽວ - ສະ​ອາດ - ສວຍງາມ ມຸ່ງ​ໄປ​ເຖິງ​ການ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ໜູນ​ຊ່ວຍ​ສຸຂະພາບ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ປະກອບສ່ວນ​ເຂົ້າ​​ໃນພາລະກິດ​ພັດທະນາ​ເສດຖະກິດ​ຂອງ ​ເກີນ​ເທີ. ​ໂຄງການ​ຈະ​ຊ່ວຍ ​ເກີນ​ເທີ ​ສົ່ງ​ເສີມ​ສຸຂະພາບ, ​ເງື່ອນ​ໄຂ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ຢູ່​ເຂດ​ຕົວ​ເມືອງ​ທີ່​ຂຶ້ນ​ກັບ​ບໍລິ​ເວນ​ຂອງ​ໂຄງການ, ສ້າງ​ສິ່ງ​ແວດ​ລ້ອມ​ຂຽວ, ສະອາດ, ສວຍງາມ ​ໂດຍ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ປັບປຸງ​ເງື່ອນ​ໄຂ​ດຳລົງ​ຊີວິດ, ​ເງື່ອນ​ໄຂ​ອະນາ​ໄມ​ສິ່ງ​ແວດ​ລ້ອມ, ນຳ​ໃຊ້​ບັນດາ​ກິດຈະກຳ​ພື້ນຖານ​ໂຄງ​ລ່າງ, ກິດຈະກຳ​ສັງຄົ​ມຢ່າງ​ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ