ທະວີຄູນບັນດາແບບຢ່າງດີເດັ່ນເພື່ອສ້າງກຳລັງກອງທັບປະຊາຊົນ, ຕຳຫຼວດປະຊາຊົນໃຫ້ໝັ້ນຄົງເຂັ້ມແຂງ

ທະວີຄູນບັນດາແບບຢ່າງດີເດັ່ນເພື່ອສ້າງກຳລັງກອງທັບປະຊາຊົນ, ຕຳຫຼວດປະຊາຊົນໃຫ້ໝັ້ນຄົງເຂັ້ມແຂງ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
​ພົບ​ປະ​ກັບສະມາຊິກ​ກຳມະບານ 70 ຄົນທີ່ດີ​ເດັ່ນ​)


​​(vovworld) - ທະວີ​ຄູນ​ບັນດາ​ແບບຢ່າງ​ດີ​ເດັ່ນ​ເພື່ອ​ສ້າງ​ກຳລັງ​ກອງທັບ​ປະຊາຊົນ, ຕຳຫຼວດປະຊາຊົນ​​​ໃຫ້​ໝັ້ນຄົງເຂັ້ມ​ແຂງ, ນັ້ນ​ແມ່ນ​ຄ​ຳຢືນຢັນ​ຂອງທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ທີ່​ການ​ພົບ​ປະ​ກັບສະມາຊິກ​ກຳມະບານ 70 ຄົນທີ່ດີ​ເດັ່ນ​ໃນ​ການ​ຮໍ່າ​ຮຽນ ​ແລະ ປະ​ຕິ​ບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງປະທານ​ໂຮ່ຈິ​ມິນ ​ໃນ​ໄລຍະ 2010 - 2015 ຂອງ​ກຳລັງ​ກອງທັບ​ປະຊາຊົນ, ຕະຫຼວດປະຊາຊົນ ​ໃນ​ວັນ​ທີ 28/07, ຢູ່​ຮ່າ​ໂນ້ຍ. 70 ແບບຢ່າງດີ​ເດັ່ນທີ່​ເຂົ້າ​ຮ່ວມການ​ພົບ​ປະ​ກັບ​ທ່ານ​ປະທານ​ປະ​ເທດ ​​ແມ່ນ​ຜູ້ດີ​ເດັ່ນ​ໃນ​ການ​ຊີ້​ນຳ, ນຳພາ, ມີ​ຂໍ້​ລິ​ເລີ່​ມ​ຫຼາຍ​ຢ່າງ​ໃນ​ຂົງ​ເຂດ​ຜະລິ​ດ, ປະຕິບັດ​ງານ, ຮໍ່າຮຽນ ​ແລະ ຄົ້ນ​ຄວ້າ​ວິທະຍາສາດ​ຂອງ​ກຳລັງ​ກອງທັບ, ຕຳຫຼວດ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ໃຫ້​ຮູ້​ວ່າ.

        “​ໃນ​ໄລຍະ​ພັດທະນາ​ປະ​ເທດ​ຊາດ, ​​ໃນ​ 5 ປີ​ຕໍ່​ໜ້າ, ​ເຖິງ​ວ່າ​ຈະມີ​ຄວາມ​ສະ​ດວກ, ຄວາມຫຍຸ້ງຍາກຫຼາຍ​ຢ່າງ​ກໍ​ຕາມ, ​ແຕ່​ຕ້ອງ​ກໍ່ສ້າງ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ, ກອງທັບ​ປະຊາຊົນ​ໃຫ້​ໝັ້ນ​ຄົງ, ​ເຂັ້ມ​ແຂງ. ຢາກ​ປະສົບ​ຜົນ​​​ສຳ​ເລດ ​ແລະ ກໍ່ສ້າງ​ກຳລັງ​ໝັ້ນຄົງ, ​ເຂັ້ມ​ແຂງ​​ໃຫ​້ໄດ້, ຕ້ອງ​ທະວີ​ຄູນບັນດາ​​​ແບບ​ຢ່າງ​ດີ​ເດັ່ນນີ້ ​ແລະ ຮໍ່າຮຽນ, ປະຕິບັດ​ຕາມ​ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ​ດັ່ງກ່າວ”

ຂ່າວ/ບົດ​ອື່ນ