ທ່ານ Luiz Inacio Lula da Silva ປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊິນ ເປັນ​ປະ​ທານ​ໃນ​ພິ​ທີ​ຕ້ອນ​ຮັບ ແລະ ພົບ​ປະ​ກັບ ທ່ານ ຟາມ​ມິງ​ຈິ​້ງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ

(VOVWORLD) - ວັນທີ 25 ກັນຍາ (ເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ບຣາຊິເລຍ, ທ່ານ Luiz Inacio Lula da Silva ປະທານາທິບໍດີ ບຣາຊິນ ເປັນປະທານໃນພິທີຕ້ອນຮັບ ທ່ານ ຟາມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຢ່າງເປັນທາງການ.
ທ່ານ Luiz Inacio Lula da Silva ປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊິນ ເປັນ​ປະ​ທານ​ໃນ​ພິ​ທີ​ຕ້ອນ​ຮັບ ແລະ ພົບ​ປະ​ກັບ ທ່ານ ຟາມ​ມິງ​ຈິ​້ງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ - ảnh 1ທ່ານ Luiz Inacio Lula da Silva ປະທານາທິບໍດີ ບຣາຊິນ ກັບ ທ່ານນາຍົກລັດຖະມົນຕີ ຫວຽດນາມ  ຟ້າມມິງຈິງ  (ພາບ: VOV)

 ທີ່ກອງປະຊຸມພົບປະຫຼັງພິທີຕ້ອນຮັບ, ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບ ຈະເພີ່ມທະວີການຢ້ຽມຢາມ, ພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆຜ່ານທຸກຊ່ອງທາງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ; ສູ້ຊົນເພີ່ມວົງເງິນການຄ້າລະຫວ່າງສອງຝ່າຍຂຶ້ນເປັນ 10 ຕື້ໂດລາສະຫະລັດ ໃນປີ 2025 ແລະ ເປັນ 15 ຕື້ໂດລາສະຫະລັດ ໃນປີ 2030.

        ສອງຝ່າຍກໍ່ໄດ້ເຫັນດີເປັນເອກະພາບ ຈະເພີ່ມທະວີການຮ່ວມມືຂົງເຂດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ປະສານສົມທົບກັນໃນບັນດາກົນໄກ ແລະ ການເຄື່ອນໄຫວກັບຫຼາຍຝ່າຍ ທີ່ທັງສອງປະເທດພ້ອມກັນເຂົ້າຮ່ວມ, ຊຸກຍູ້ການຮ່ວມມືໃນຂົງເຂດ ວຽກງານສະກັດກັ້ນ - ຕ້ານອາດຊະຍາກຳຂ້າມຊາດ, ດ້ານກິລາ, ບານເຕະ, ປັນຍາປະດິດ, ການຫັນເປັນດິຈິຕອນ, ການເຕີບໂຕສີຂຽວ, ພະລັງງານທົດແທນ, ການຕ້ານການປ່ຽນແປງຂອງດິນຟ້າອາກາດ, ເຊື້ອໄຟຊີວະພາບ, ອະນຸລັກລະບົບນິເວດ ແລະ ຊີວະນາໆພັນປ່າໄມ້ເຂດຮ້ອນ, ຮ່ວມມືກັນປົກປັກຮັກສາລະບົບນິເວດແມ່ນ້ຳຂອງ - ແມ່ນ້ຳອາເມຊອນ.

ທ່ານ Luiz Inacio Lula da Silva ປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊິນ ເປັນ​ປະ​ທານ​ໃນ​ພິ​ທີ​ຕ້ອນ​ຮັບ ແລະ ພົບ​ປະ​ກັບ ທ່ານ ຟາມ​ມິງ​ຈິ​້ງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ - ảnh 2ການພົບປະເຈລະຈາ ລະຫວ່າງສອງຝ່າຍ (ພາບ: VOV)

        ທີ່ການຖະແຫຼງຂ່າວຫຼັງການພົບປະເຈລະຈາ, ທ່ານປະທານາທິບໍດີ ບຣາຊິນ Luiz Inacio Lula da Silva ເນັ້ນໜັກວ່າ ບຣາຊິນ ຫວັງຢາກໃຫ້ສອງປະເທດຊຸກຍູ້, ເພີ່ມທະວີການເຄື່ອນໄຫວຮ່ວມມືສອງສົ້ນຂຶ້ນຕຶ່ມ ເພື່ອໃຫ້ມີດຸນການຄ້າເທົ່າທຽມກັນ. ໃນບົດກ່າວປາໄສຂອງ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກໍ່ເນັ້ນໜັກ:

        “ພວກຂ້າພະເຈົ້າເຫັນດີເປັນເອກະພາບໂດຍຖືວ່າ ການພົວພັນຄູ່ຮວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ ແລະ ບຣາຊິນ ໄລຍະຜ່ານມາແມ່ນມີການພັດທະນາຢ່າງຕັ້ງໜ້າ. ບັນດາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ລະຫວ່າງ ພັກ, ລັດຖະບານ, ສະພາແຫ່ງຊາດ ຂອງສອງປະເທດກຳລັງໄດ້ຮັບການຮັກສາໄວ້. ປະຊາຊົນ ຫວຽດນາມ ແລະ ປະຊາຊົນ ບຣາຊິນ ຍາມໃດກໍ່ມີຄວາມຮັກແພງກັນ ແລະ ເຊື່ອໝັ້ນເຊິ່ງກັນແລະກັນ, ສາມັກຄີ ແລະ ມີມິດຕະພາບອັນງົດງາມ. ການພົວພັນເສດຖະກິດ - ການຄ້າສອງຝ່າຍມີການຂະຫຍາຍຕົວເປັນຢ່າງດີ; ບຣາຊິນຮັກສາການເປັນຄູ່ຮ່ວມມືອັນດັບໜຶ່ງຂອງ ຫວຽດນາມ ໃນພາກພື້ນ ອາເມລິກາລາຕິນ ແລະ ຫວຽດນາມ ເປັນຄູ່ຮ່ວມມືດ້ານການຄ້າໃຫ່ຍທີ່ສຸດຂອງ ບຣາຊິນ ໃນອາຊຽນ. ພວກຂ້າພະເຈົ້າໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ເພີ່ມທະວີການຮ່ວມມືໃຫ້ເລິກເຊິ່ງ, ກວ້າງຂວາງ, ແທດຈິງ, ມີປະສິດທິຜົນໃນທຸກໆຂົງເຂດ. ພະນະທ່ານປະທານາທິບໍດີ ແລະ ບັນດາທ່ານໃນຄະນະລັດຖະບານ ບຣາຊິນ ຈະຮັບຮອງເອົາ ລະບຽບຂໍ້ກຳນົດກ່ຽວກັບເສດຖະກິດການຕະຫຼາດສຳລັບ ຫວຽດນາມ ໃນໄວໆນີ້."

        ກ່ອນໜ້ານັ້ນ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Luiz Inacio Lula da Silva ປະທານາທິບໍດີ ບຣາຊິນ ກໍ່ໄດ້ເປັນສັກຂີພະຍານພິທີເຊັນສັນຍາຮ່ວມມືລະຫວ່າງສອງລັດຖະບານ, ບັນດາກະຊວງ, ອົງການ, ຂະແໜງການຕ່າໆຂອງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ