ທ່ານນາງປະທານສະພາແຫ່ງຊາດຫວຽດນາມພົບປະເຈລະຈາກັບທ່ານນາງປະທານສະພາແຫ່ງຊາດລາວ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມພົບປະເຈລະຈາກັບທ່ານນາງປະທານສະພາແຫ່ງຊາດລາວ  - ảnh 1
ທ່ານນາງປະທານສະພາແຫ່ງຊາດຫວຽດນາມພົບປະ
ເຈລະຈາກັບທ່ານນາງປະທານສະພາແຫ່ງຊາດລາວ

(vovworld) - ຕອນ​ບ່າຍ​ວັນ​ທີ 26/9, ຢູ່ນະຄອນຫຼວງ ວຽງ​ຈັນ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ຫງວຽນ​ທິກິມ​ເງິນ, ພົບ​ປະ​ເຈລະຈາ​ກັບ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ ລາວ ປານີ ຢາ​ທໍ​ຕູ້. ປະທານ​ສະພາ​ແຫ່ງ​ຊາດ​ທັງ​ສອງປະ​ເທດ ​ໄດ້​ພ້ອມ​ກັນ​ຕີ​ລາຄາ​ໝາກຜົນ​ວຽກ​ງານ​ຕິດຕາມ​ກວດກາ ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເປັນ​ເອກະ​ພາບ​ບັນດາ​ທິດ​ທາງ, ມາດ​ຕະການ​ເພື່ອ​ສືບ​ຕໍ່​ປັບ​ປຸງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ອົງການ​ນິຕິບັນຍັດ. ທັງ​ສອງ​ທ່ານ​ນາງ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ເມື່ອ​ເຫັນ​ວ່າ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ODA ລະຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ພັດທະນາ. ປະຈຸ​ບັນ, ຫວຽດນາມ ​ເປັນ​ນັກ​ລົງທຶນ​ຢືນ​ອັນ​ດັບ 3 ຢູ່​ ລາວ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ແມ່ນ​ກວ່າ 5 ຕື້ USD, ຄຽງ​ຂ້າງ​ນັ້ນ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ການ​ສຶກສາ, ຄົມມະນາຄົມ​ຂົນ​ສົ່ງ, ການ​ເງິນ - ທະນາຄານ, ສາທາລະນະ​ສຸກ, ວັດທະນະທຳ, ການທ່ອງທ່ຽວ, ການ​ແລກປ່ຽນ​ປະຊາຊົນ ກໍ່ນັບ​ມື້​ນັບມີ​ປະສິດທິ​ຜົນ ​ແລະ ​ໄດ້​ຮັບ​ການ​ເປີດ​ກວ້າງ. ທັງ​ສອງ​ຝ່າຍ​ໄດ້​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ມິດຕະພາບ, ສັນຕິພາບ​ສຳ​ເລັດ​ຜົນ.

        ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ​ແບ່ງປັນ​ບົດຮຽນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ກໍ່ສ້າງ​ລະບອບ, ລະບົບ​ກົດໝາຍ, ບົດຮຽນ ​ແລະ ການ​ຕິດຕາມ​ກວດກາ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ກົດໝາຍ. ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ສາກົນ. ສະພາ​ແຫ່ງ​ຊາດ​ ລາວ​ ສະໜັບສະໜູນ​ເນື້ອ​ໃນ​ຖະ​ແຫຼ​ງການ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ 49, ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ. ​ໃນ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ແຫຼ່ງນ້ຳ​ແມ່​ຂອງ​ຢ່າງ​ມີ​ປະສິດທິ​ຜົນ, ຝ່າຍ​ລາວ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ກັນ​ລະຫວ່າງ​ການ​ນຳ​ສອງ​ປະ​ເທດ​ຢ່າງ​ຖືກຕ້ອງ.

 

ຂ່າວ/ບົດ​ອື່ນ