ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ພົບປະກັບຜູ້ອຳນວຍການໃຫຍ່ໂຄງການພັດທະນາ ສປຊ

(VOVWORLD) - ທ່ານນາງຮອງປະທານປະເທດ ສະເໜີໃຫ້ UNDP ສືບຕໍ່ຕັ້ງໜ້າໜູນຊ່ວຍ ຫວຽດນາມ ດ້ານການເງິນ, ໃຫ້ຄຳປຶກສາດ້ານນະໂຍບາຍ ແລະ ເພີ່ມທະວີກຳລັງຄວາມສາມາດປະຕິບັດບັນດານະໂຍບາຍໃຫ້ບຸລິມະສິດ
ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ພົບປະກັບຜູ້ອຳນວຍການໃຫຍ່ໂຄງການພັດທະນາ ສປຊ - ảnh 1ທ່ານນາງ ຫວໍທິແອັງຊວັນ, ຮອງປະທານປະເທດ ຫວຽດນາມ ພົບປະກັບທ່ານ Achim Steiner, ຜູ້ອຳນວຍການໃຫຍ່ໂຄງການພັດທະນາສະຫະປະຊາຊາດ
(ພາບ: TTXVN)

        ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 68 ຄະນະກຳມະການຖານະຕຳແໜ່ງແມ່ຍິງ (CSW) ຂອງສະພາເສດຖະກິດ, ສັງຄົມສະຫະປະຊາຊາດ (ECOSOC) ຢູ່ ນິວຢອກ, ປະເທດ ອາເມລິກາ. ວັນທີ 11 ມີນາ, ທ່ານນາງ ຫວໍທິແອັງຊວັນ, ຮອງປະທານປະເທດ ຫວຽດນາມ ໄດ້ພົບປະກັບທ່ານ Achim Steiner, ຜູ້ອຳນວຍການໃຫຍ່ໂຄງການພັດທະນາສະຫະປະຊາຊາດ (UNDP). ທີ່ການພົບປະ, ທ່ານນາງຮອງປະທານປະເທດ ສະເໜີໃຫ້ UNDP ສືບຕໍ່ຕັ້ງໜ້າໜູນຊ່ວຍ ຫວຽດນາມ ດ້ານການເງິນ, ໃຫ້ຄຳປຶກສາດ້ານນະໂຍບາຍ ແລະ ເພີ່ມທະວີກຳລັງຄວາມສາມາດປະຕິບັດບັນດານະໂຍບາຍໃຫ້ບຸລິມະສິດ, ກໍ່ຄືໜູນຊ່ວຍການພັດທະນາເສດຖະກິດ, ສັງຄົມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ…

        ສ່ວນທ່ານ Achim Steiner ຢືນຢັນວ່າ, ຫວຽດນາມ ແລະ UNDP ມີບຸລິມະສິດຮ່ວມກ່ຽວກັບການຫັນເປັນສີຂຽວ, ຫັນເປັນດີຈີຕອນ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ໃນການປະຕິບັດບັນດາຄຳໝັ້ນສັນຍາການປ່ອຍອາຍພິດລົງເປັນ 0 ໃນປີ 2050 ແລະ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ, ກໍຄືສວມບົດບາດເປັນຂົວເຊື່ອມຕໍ່ລະຫວ່າງ ຫວຽດນາມ ແລະ ບັນດານັກອຸປະຖຳສາກົນ, ກໍຄືລະຫວ່າງບັນດາປະເທດເຂດລຸ່ມແມ່ນນ້ຳຂອງ ເພື່ອໜູນຊ່ວຍ ຫວຽດນາມ ບັນລຸບັນດາເປົ້າໝາຍທີ່ໄດ້ວາງອອກ.

        2 ຝ່າຍໄດ້ເຫັນດີສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນເພື່ອໃຫ້ ຫວຽດນາມ ສາມາດປະກອບສ່ວນຢ່າງຕັ້ງໜ້າກວ່າເຂົ້າໃນບັນດາຄວາມມານະພະຍາຍາມທົ່ວໂລກຂອງ UNDP ກ່ຽວກັບການຊຸກຍູ້ການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ