ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ບາງ​ກຸ່ມ​ບໍ​ລິ​ສັດ, ວິ​ສາ​ຫະ​ກິດ​ໃຫຍ່

(VOVWORLD) - ຕອນບ່າຍວັນທີ 17 ມັງກອນ ຕາມເວລາທ້ອງຖິ່ນ, ຢູ່ Davos, ສະວິດ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ ເວທີປາໄສເສດຖະກິດໂລກ (WEF) Davos 2024, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບການນຳບາງກຸ່ມບໍລິສັດ, ວິສາຫະກິດໃຫຍ່ ເພື່ອແນໃສ່ຮຽກຮ້ອງ, ຊຸກຍູ້ການລົງທຶນເຂົ້າ ຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ບາງ​ກຸ່ມ​ບໍ​ລິ​ສັດ, ວິ​ສາ​ຫະ​ກິດ​ໃຫຍ່ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບ ທ່ານ Marcus Wallenberg ປະທານກຸ່ມບໍລິສັດ SEB - ຊູແອັດ  (ພາບ: TTXVN)

ທີ່ການຕ້ອນຮັບ ທ່ານ Marcus Bards, ປະທານສະພາບໍລິຫານບໍລິສັດ staBOO Holdings AG  ເຊິ່ງເປັນບໍລິສັດຄົ້ນຄວ້າພັດທະນາ ແລະ ຜະລິດບັນດາຜະລິດຕະພັນເຟີນີເຈີ ແລະ ການນຳກຸ່ມບໍລິສັດ Skandinaviska Enskilda Banken (SEB - ຊູແອັດ) ທີ່ພວມເຄື່ອນໄຫວໃນຂົງເຂດການເງິນ, ການທະນາຄານ ລ້ວນແຕ່ມີຄວາມປາດຖະໜາຢາກລົງທຶນຍາວນານຢູ່ ຫວຽດນາມ. ພິເສດ, ບໍລິສັດ staBOO Holdings AG ຈະນຳໃຊ້ເຕັກໂນໂລຢີທີ່ທັນສະໄໝ, ຫຼຸດຜ່ອນການປ່ອຍທາດ ກາກບອນ, ຕອບສະໜອງຄວາມຮຽກຮ້ອງພັດທະນາສີຂຽວ, ຍືນຍົງຂອງ ຫວຽດນາມ ແລະ ນຳຜະລິດຕະພັນໄມ້ໄຜ່ຂອງ ຫວຽດນາມ ອອກສູ່ໂລກ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ບາງ​ກຸ່ມ​ບໍ​ລິ​ສັດ, ວິ​ສາ​ຫະ​ກິດ​ໃຫຍ່ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet (ພາບ:TTXVN)

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນ, ໃນນັ້ນ ມີ: ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet, ທ່ານປະທານາທິບໍດີ ສະວິດ Viola Amherd, ທ່ານນາຍົກລັດຖະມົນຕີ Slovakia Robert Fico, ທ່ານປະທານສະພາບໍລິຫານ ສະຫະພາບທົ່ວໂລກ ກ່ຽວກັບ ວັກຊິນ ແລະ ການສັກຢາວັກຊິນ (GAVI) Jose Manuel Barroso, ທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedro Adhanom Ghebreyesus.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ບາງ​ກຸ່ມ​ບໍ​ລິ​ສັດ, ວິ​ສາ​ຫະ​ກິດ​ໃຫຍ່ - ảnh 3ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus (ພາບ: TTXVN)

        ນອກຈາກນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໃຫ້ການຕ້ອນຮັບກັບທ່ານນາຍົກລັດຖະມົນຕີ Timor Leste Xanana Gusmao, ທ່ານເລຂາທິການໃຫຍ່ ສະຫະພາບ ໂທລະຄົມສາກົນ (ITU) Dareen Bogdan – Martin, ທ່ານຜູ້ອຳນວຍການໃຫຍ່ ອົງການອົບພະຍົບສາກົນ (IOM) Amy Pope ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ