ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ

(VOVWORLD) - ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການຮ່ວມມືເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດຂຶ້ນສູ່ລະດັບສູງໃຫມ່; ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍ, ບັນດາຂໍ້ຕົກລົງຂັ້ນສູງ, ບັນດາເອກະສານໄດ້ລົງນາມແລ້ວຢ່າງມີປະສິດທິຜົນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊ
(ພາບ:Dương Giang/TTXVN)

ຕອນເຊົ້າວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ໃນຂອບເຂດເວທີປາໄສອະນາຄົດ ອາຊຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານນາງ Retno Marsudi, ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການຮ່ວມມືເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດຂຶ້ນສູ່ລະດັບສູງໃຫມ່; ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍ, ບັນດາຂໍ້ຕົກລົງຂັ້ນສູງ, ບັນດາເອກະສານໄດ້ລົງນາມແລ້ວຢ່າງມີປະສິດທິຜົນ; ຈັດບັນດາການເຄື່ອນໄຫວທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2025 (1955 – 2025). ສອງຝ່າຍເປັນເອກະພາບສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 18 ຕື້ຶ້ໂດລາສະຫະລັດໃນປີ 2028.

        ທ່ານນາງລັດຖະມົນຕີການຕ່າງປະເທດ Retno Marsudi ໃຫ້ຮູ້ວ່າ: ອິນໂດເນເຊຍ ຈະຄົ້ນຄ້ວາສ້າງເງື່ອນໄຂສະດວກໃຫ້ແກ່ຜະລິດຕະພັນກະເສດ ແລະ ບັນດາຜະລິດຕະພັນ Halal ຂອງ ຫວຽດນາມ ແຊກຊຶມຕະຫຼາດ ອິນໂດເນເຊຍ; ອະນຸຍາດໃຫ້ກຸ້ງມັງກອນພັນສົ່ງອອກມາຍັງ ຫວຽນດາມ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດໃໝ່ ເຊິ່ງສອງຝ່າຍມີຄວາມຕ້ອງການ ແລະ ມີຫຼາຍຄວາມສາມາດບົ່ມຊ້ອນ…

  ສອງຝ່າຍສືບຕໍ່ປັບປຸງບົດບາດໃຈກາງຂອງ ອາຊຽນ; ເພີ່ມທະວີຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ ໃນການແກ້ໄຂບັນດາບັນຫາພາກພື້ນ, ໃນນັ້ນມີການຮັກສາຫຼັກການລວມ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ ແລະ ຊຸກຍູ້ການປະຕິບັດຂໍ້ຕົກລົງ 5 ຂໍ້ຂອງ ອາຊຽນ ກ່ຽວກັບບັນຫາ ມຽນມາ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn
(ພາບ:Dương Giang/TTXVN)

ແລະ ກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn, ເນື່ອງໃນໂອກາດເຮັດວຽກ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ທີ່ຈັດຂຶ້ນຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາຄວາມສາມັກຄີ, ເປັນເອກະພາບ ແລະ ບົດບາດໃຈກາງຂອງ ອາຊຽນ ໃນການຊຸກຍູ້ແກ້ໄຂບັນດາບັນຫາພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ ແລະ ມຽນມາ.

        ສ່ວນທ່ານເລຂາທິການໃຫຍ່ ອາຊຽນ ໃຫ້ຮູ້ວ່າ: ບັນດາປະເທດຄູ່ຮ່ວມມືສະແດງໃຫ້ເຫັນການຖືເປັນສຳຄັນການພົວພັນ ແລະ ບົດບາດໃຈກາງຂອງ ອາຊຽນ, ພ້ອມແລ້ວໜູນຊ່ວຍ ອາຊຽນ ຜັນຂະຫຍາຍບັນດາຈຸດສຸມບຸລິມະສິດຢູ່ແຕ່ລະເສົາຄ້ຳຂອງປະຊາຄົມ, ພິເສດແມ່ນກ່ຽວກັບການຄ້າ, ການລົງທຶນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພົວພັນແລກປ່ຽນ, ເຊື່ອມຕໍ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ