ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ UAE

(VOVWORLD) - ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນບໍ່ອາດຕັດແຍກໄດ້ ແລະ ແມ່ມແຫຼ່ງກຳລັງຂອງປະຊາຄົມຊາວ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ UAE - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ UAE

ໃນການເຄື່ອນໄຫວສອງຝ່າຍຢູ່ສະຫະລັດ ອາຣັບ ເອມີເລັດ (UAE), ຕອນຄ່ຳວັນທີ 1 ທັນວາ, ຢູ່ ດູບາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນ ຫວຽດນາມ ໄດ້ພົບປະກັບພະນັກງານ, ພາລະກອນ ສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ UAE.

        ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ການພົວພັນຮ່ວມມື ລະຫວ່າງ ຫວຽດນາມ ກັບ UAE ໃນໄລຍະຜ່ານມາພັດທະນາດີງາມ. ສອງຝ່າຍ ປາດຖະໜາຢາກເຮັດໃຫ້ການພົວພັນສອງຝ່າຍໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນ. UAE ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນ ອາຊີ - ປາຊີຟິກ, ປາດຖະໜາຢາກເພີ່ມທະວີ ການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ.

        ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນບໍ່ອາດຕັດແຍກໄດ້ ແລະ ແມ່ມແຫຼ່ງກຳລັງຂອງປະຊາຄົມຊາວ ຫວຽດນາມ. ທ່ານນາຍົກລັດ ຖະມົນຕີສະເໜີໃຫ້ ສະຖານທູດຍາມໃດກໍ່ປະຕິບັດວຽກງານກົງສູນ, ແກ້ໄຂບັນດາບັນຫາ ດ້ານນິຕິກຳຂອງພໍ່ແມ່ປະຊາຊົນ, ປະຕິບັດ ບັນດາລະບຽບການບໍລິ ຫານໃຫ້ງ່າຍດາຍ, ສະດວກທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ