ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີໃຫ້ Amazon ເປີດກວ້​າງ​ການ​ລົງ​ທຶນ ແລະ ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ ຫວຽດ​ນາມ ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ

(VOVWORLD) - ຕອນບ່າຍວັນທີ 26 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Susan Pointer, ຮອງປະທານນະໂຍບາຍສາທາລະນະສາກົນ ຂອງ ກຸ່ມບໍລິສັດ Amazon ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີໃຫ້ Amazon ເປີດກວ້​າງ​ການ​ລົງ​ທຶນ ແລະ ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ ຫວຽດ​ນາມ ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານນາງ Susan Pointer, ຮອງປະທານນະໂຍບາຍສາທາລະນະສາກົນ ຂອງ ກຸ່ມບໍລິສັດ Amazon (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໃນຖະແຫຼງການຮ່ວມຍົກລະດັບການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໃນການພົບປະໂອ້ລົມລະຫວ່າງທ່ານນາຍົກລັດຖະມົນຕີ  ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ເມື່ອເດືອນກັນຍາຜ່ານມາ, ຫວຽດນາມ ແລະ ອາເມລິກາ ໄດ້ກຳນົດວ່າ ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ, ການຫັນເປັນດີຈີຕອນ ແລະ ນະວັດຕະກຳ ແມ່ນໜຶ່ງໃນບັນດາຂອດບຸກທະລຸໃໝ່ໃນການພົວພັນສອງປະເທດ. ດັ່ງນັ້ນ ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ Amazon ແບ່ງປັນບົດຮຽນປະສົບການໃຫ້ແກ່ ຫວຽດນາມ ໃນການພັດທະນາການຄ້າເອເລັກໂຕນິກ, ການຄ້າຂ້າມຊາຍແດນ, cloud computing, ຊ່ວຍຫວຽດນາມ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດການຄ້າເອເລັກໂຕນິກ, ແບ່ງປັນວິທະຍາສາດບໍລິຫານ ທຸລະກິດ, ພັດທະນາ logistics, ການຄຸ້ມຄອງ, ການເຄື່ອນໄຫວລະບົບໃຫ້ດີທີ່ສຸດ.

ໂດຍເຫັນດີຕໍ່ບັນດາຄຳເຫັນຂອງທ່ານນາຍົກລັດຖະມົນຕີ, ທ່ານນາງ Susan Pointer ໃຫ້ຮູ້ວ່າ Amazon ຈະເຂົ້າຮ່ວມວິວັດການຫັນເປັນດີຈີຕອນຢູ່ ຫວຽດນາມ ຢ່າງເລິກເຊິ່ງກ່ວາ, ພັດທະນາການຄ້າເອເລັກໂຕນິກ, cloud computing, ຍົກສູງຄວາມຮູ້ ແລະ ບຳລຸງສ້າງທັກສະໃຫ້ແກ່ແຮງງານ ຫວຽດນາມ, ຮ່ວມມືກັບບາງວິສາຫະກິດ ຫວຽດນາມ ເພື່ອຜະລິດບັນດາຜະລິດຕະພັນ, ອຸປະກອນ ແລະ ນຳຜະລິດຕະພັນ, ການບໍລິການຂອງ ຫວຽດນາມ ໄປຂາຍຢູ່ຫຼາຍປະເທດໃນໂລກໃຫ້ຫຼາຍກ່ວາອີກ, ໜູນຊ່ວຍວິສາຫະກິດ Startup ຫວຽດນາມ ບືນຕົວຂຶ້ນອອກສູ່ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ