ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານວາລະປະຊຸມລັດຖະບານຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນ ກຸມພາ

(VOVWORLD) - ເລື່ອງພິຈາລະນາປະກອບຄຳເຫັນ, ປຶກສາຫາລື 11 ເນື້ອໃນທີ່ວາລະປະຊຸມຄັ້ງນີ້ ລ້ວນແຕ່ແມ່ນເນື້ອໃນສຳຄັນ, ຫຍຸ້ງຍາກ, ສັບສົນ, ແກ້ໄຂໄດ້ທຸກແຫຼ່ງກຳລັງແກ່ການພັດທະນາ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານວາລະປະຊຸມລັດຖະບານຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນ ກຸມພາ - ảnh 1(ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ)

        ວັນທີ 27 ກຸມພາ, ຢູ່ ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ລັດຖະບານໄດ້ຈັດວາລະປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນ ກຸມພາ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ເລື່ອງພິຈາລະນາປະກອບຄຳເຫັນ, ປຶກສາຫາລື 11 ເນື້ອໃນທີ່ວາລະປະຊຸມຄັ້ງນີ້ ລ້ວນແຕ່ແມ່ນເນື້ອໃນສຳຄັນ, ຫຍຸ້ງຍາກ, ສັບສົນ, ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງການສ້າງລະບົບກົດໝາຍໃຫ້ຄົບຊຸດ, ທັນສະໄໝ, ແກ້ໄຂໄດ້ທຸກແຫຼ່ງກຳລັງແກ່ການພັດທະນາ. ຖືວ່າ, ການລົງທຶນໃຫ້ແກ່ການສ້າງກົດໝາຍແມ່ນການລົງທຶນເພື່ອການພັດທະນາ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກວດກາຄືນຢ່າງລະອຽດ, ຮັບປະກັນການສ້າງກົດໝາຍ, ປະຕິບັດກົດໝາຍຢ່າງເປີດເຜີຍ, ໂປ່ງໄສ, ຕິດແທດກັບຕົວຈິງ.

        ທີ່ກອງປະຊຸມ, ລັດຖະບານໄດ້ປຶກສາຫາລື, ພິຈາລະນາປະກອບຄຳເຫັນ, ປຶກສາຫາລືສຳລັບ 11 ເນື້ອໃນ, ໃນນັ້ນມີການສ້າງຮ່າງກົດໝາຍ 5 ສະບັບ, ລວມມີ: ການປ້ອງກັນອາກາດປະຊາຊົນ, ການຄຸ້ມຄອງ, ນຳໃຊ້ອາວຸດ, ວັດຖຸລະເບີດ ແລະ ເຄື່ອງມືໜູນຊ່ວຍ (ສະບັບປັບປຸງ); ມໍລະດົກວັດທະນະທຳ (ສະບັບປັບປຸງ); ປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍມາດຕະຖານ ແລະ ກຳນົດມາດຕະຖານເຕັກນິກ; ປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການຢາ…

ຕອບກັບ

ຂ່າວ/ບົດ​ອື່ນ