ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະເຈລະຈາກັບທ່ານປະທານ WEF ກ່ຽວກັບຫົວເລື່ອງ ຫວຽດນາມ ແລະ ໂລກ

(VOVWORLD) - ໃນຂອບເຂດກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກປີ 2019 (WEF Davos 2019)

ຕອນເຊົ້າວັນທີ 24 ມັງກອນ, ໄດ້ດຳເນີນກອງປະຊຸມພົບປະເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານປະທານ WEF Borge Brende ດ້ວຍຫົວຂໍ້ວ່າ: “ຫວຽດນາມ ແລະ ໂລກ”.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະເຈລະຈາກັບທ່ານປະທານ WEF ກ່ຽວກັບຫົວເລື່ອງ ຫວຽດນາມ ແລະ ໂລກ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານປະທານ WEF Borge Brende  (ພາບ: TTXVN)

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານ WEF Borge Brende ໄດ້ເນັ້ນໜັກເຖິງຜົນສຳເລັດຈາກເຫດການ WEF ອາຊຽນ 2018 ໂດຍ ຫວຽດນາມ ຈັດຕັ້ງ ດ້ວຍບັນດາສານສຳຄັນ ແລະ ມີຄວາມໝາຍສຳລັບພາກພື້ນ ແລະ ໂລກ. ທ່ານປະທານ WEF Borge Brende ຖືວ່າ: ຜົນສຳເລັດຂອງ WEF ອາຊຽນ 2018 ສະແດງໃຫ້ເຫັນ ບໍ່ພຽງແຕ່ແມ່ນຄວາມສຳຄັນຂອງ ອາຊຽນ ເທົ່ານັ້ນ, ຫາກຍັງປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ.

        ເມື່ອຕີລາຄາສູງຄວາມໝາຍຂອງການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສະແດງໃຫ້ເຫັນຄວາມປະເອີບໃຈກ່ຽວກັບການພັດທະນາເສດຖະກິດຂອງບັນດາປະເທດໃນປີ 2019, ໃນນັ້ນມີ ຫວຽດນາມ, ທ່ານ ຫງວຽນຊວນຟຸກ ຢືນຢັນວ່າ: ເສດຖະກິດ ຫວຽດນາມ ຈະມານະພະຍາຍາມເພື່ອສືບຕໍ່ພັດທະນາຢ່າງແຮງຕາມທິດແບບຍືນຍົງ ແລະ ກວມລວມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ: ລັດຖະບານ ຫວຽດນາມ ພວມສ້າງຍຸດທະສາດລະດັບຊາດກ່ຽວກັບການປະຕິວັດ 4.0.

        ແລະກໍ່ໃນຕອນເຊົ້າວັນທີ 24 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບການນຳບັນດາກຸ່ມບໍລິສັດໃຫຍ່ກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ.

ຕອບກັບ

ຂ່າວ/ບົດ​ອື່ນ