ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 21 ແລະ ອາຊຽນ - ລັດເຊຍ ຄັ້ງທີ 3

(VOVWORLD) -ວັນທີ 14 ພະຈິກ, ຢູ່ສິງກະໂປ ໄດ້ດໍາເນີນກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 21 ແລະ ສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມື ອາຊຽນ - ຍີ່ປຸ່ນ; ກອງປະຊຸມສຸດຍອດ ອາຊຽນ - ລັດເຊຍ ຄັ້ງທີ 3.

ກ່າວຄໍາເຫັນທີ່ກອງປະຊຸມສຸດຍອດອາຊຽນ - ຍີ່ປຸ່ນ ຄັ້ງທີ 21 ດ້ວຍຖານະເປັນປະເທດປະສານງານການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ໄລຍະ 2018 – 2021, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ຂໍ້ສັງເກດວ່າ ການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືຮອບດ້ານລະຫວ່າງ ອາຊຽນ - ຍີ່ປຸ່ນ ໄດ້ຮັບການຍູ້ແຮງຢ່າງບໍ່ຢຸດຢັ້ງ ແລະ ບັນລຸໄດ້ໝາກຜົນຕັ້ງໜ້າທັງ 03 ເສົາຄໍ້າການຮ່ວມມືເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ, ເສດຖະກິດ - ການຄ້າ - ການລົງທຶນ ແລະ ມຸ່ງໄປເຖິງປະຊາຊົນ. ທ່ານນາຍົກລັດຖະມົນຕີ ກໍໄດ້ເນັ້ນໜັກເຖິງຄໍາໝັ້ນສັນຍາ ຂອງ ອາຊຽນ ແລະ ຫວຽດນາມ ໃນການຊຸກຍູ້ ແລະ ຍົກລະດັບຂອງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືຮອບດ້ານລະຫວ່າງ ອາຊຽນ - ຍີ່ປຸ່ນ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງແຕ່ລະຝ່າຍ ກໍຄືຂອງພາກພື້ນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 21 ແລະ ອາຊຽນ - ລັດເຊຍ ຄັ້ງທີ 3 - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 21 (ພາບ: TTXVN)

ສ່ວນຝ່າຍຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ Shinzo Abe ເຫັນດີ ເພີ່ມທະວີການຮ່ວມມືຮອບດ້ານກັບ ອາຊຽນ, ສະໜັບສະໜູນບົດບາດເປັນໃຈກາງ ແລະ ບັນດາຄວາມມານະພະຍາຍາມຊຸກຍູ້ການຮ່ວມມື, ຮ່ວມສໍາພັນໃນພາກພື້ນຂອງອາຊຽນ. ທ່ານ Shinzo Abe ເນັ້ນໜັກວ່າ ອາຊຽນ ແລະ ຍີ່ປຸ່ນ ຄວນມານະພະຍາຍາມປະກອບສ່ວນເຂົ້າໃນການປັບປຸງລະບົບການຄ້າຫຼາຍຝ່າຍເປີດກວ້າງແບບເສລີ, ຍຸຕິທໍາ ແລະ ອີງໃສ່ລະບຽບກົດໝາຍ. ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ທ່ານ Shinzo Abe ຢັ້ງຢືນຄືນໃໝ່ຄວາມສໍາຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ, ຄວາມເສລີ, ຄວາມປອດໄພໃນການເດີນທະເລ ແລະ ການບິນຢູ່ ທະເລຕາເວັນອອກ, ເຄົາລົບກົດໝາຍສາກົນ.

        ສິ້ນສຸດກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 21, ບັນດາການນໍາອາຊຽນ - ຍີ່ປຸ່ນ ເຫັນດີເປັນເອກະພາບ ຮັບຮອງເອົາຖະແຫຼງການ 45 ປີ ແຫ່ງວັນສະເຫຼີມສະຫຼອງ ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ອາຊຽນ - ຍີ່ປຸ່ນ.

        ແລະກໍໃນວັນດຽວກັນ, ທີ່ກອງປະຊຸມສຸດຍອດ ອາຊຽນ - ລັດເຊຍ ຄັ້ງທີ 3, ບັນດາປະເທດອາຊຽນ ແລະ ລັດເຊຍ ໄດ້ເຫັນດີເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ມີຜົນປະໂຫຍດ ຄື ການຄ້າການລົງທຶນ, ວິທະຍາສາດ, ເຕັກໂນໂລຢີ, ກະສິກໍາ, ພະລັງງານ, ຮັບມືກັບໄພພິບັດທໍາມະຊາດ, ສາທາລະນະສຸກ, ການສຶກສາ, ການພົບປະແລກປ່ຽນປະຊາຊົນ, ການປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດ... ສອງຝ່າຍຕັດສິນໃຈຍົກລະດັບການພົວພັນລະຫວ່າງອາຊຽນ - ລັດເຊຍ ຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຮັບຮອງເອົາຖະແຫຼງການຮ່ວມ ອາຊຽນ - ລັດເຊຍ ກ່ຽວກັບຄູ່ຮ່ວມມືຍຸດທະສາດ ກໍຄື ຖະແຫຼງການ ອາຊຽນ - ລັດເຊຍ ກ່ຽວກັບການຮ່ວມມືໃນຂົງເຂດຄວາມໝັ້ນຄົງ  ດ້ວຍການນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່່າວສານ ແລະ ການຕິດຕໍ່ເນື່ອງພົວພັນໃນໂອກາດນີ້.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 21 ແລະ ອາຊຽນ - ລັດເຊຍ ຄັ້ງທີ 3 - ảnh 2ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ລັດເຊຍ ຄັ້ງທີ 3 (ພາບ: Chinhphu.vn).

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຫງວຽນຊວນຟຸກ ສະແດງຄວາມປາດຖະໜາຢາກໃຫ້ລັດເຊຍສະໜັບສະໜູນຫຼັກໝັ້ນ, ຫຼັກການຂອງອາຊຽນ ໃນການຮັບປະກັນສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນ ໂດຍສັນຕິວິທີ ບົນພື້ນຖານຂອງກົດໝາຍສາກົນ, ຄວບຄຸມ, ຫຼີກລ້ຽງການເຮັດໃຫ້ສະພາບການມີຄວາມສັບສົນຂຶ້ນຕື່ມ, ປະຕິບັດ DOC ຢ່າງຄົບຖ້ວນ  ແລະເຈລະຈາ COC ໃຫ້ແທດຈິງ ແລະ ມີປະສິດທິຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ