ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບກະຊວງຖະແຫຼງຂ່າວ ແລະ ສື່ສານ

(VOVWORLD) - ຕອນເຊົ້າວັນທີ 08 ກັນຍາ, ທີ່ສຳນັກງານກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງຂອງກະຊວງ ແລະ ບັນດາຫົວໜ່ວຍທີ່ສັງກັດກະຊວງ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບກະຊວງຖະແຫຼງຂ່າວ ແລະ ສື່ສານ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບກະຊວງຖະແຫຼງຂ່າວ ແລະ ສື່ສານ 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເໜັ້ນໜັກເຖິງໜ້າທີ່ສຳຄັນ ຊຶ່ງກະຊວງພວມປະຕິບັດ, ໃນນັ້ນ ມີເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການໂຄສະນາ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ນີ້ແມ່ນບັນດາຂົງເຂດທີ່ມີຄວາມສຳຄັນທີ່ສຸດຕໍ່ປະເທດຊາດໃນສະພາວະການປະຕິວັດອຸດສາຫະກຳ 4.0 ພວມດຳເນີນໄປ. ໜ້າທີ່ຂອງກະຊວງແມ່ນໜັກໜ່ວງທີ່ສຸດ ເພື່ອຊຸກຍູ້ການພັດທະນາຢ່າງແຮງໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ເຕັກໂນໂລຊີໂທລະຄົມມະນາຄົມ; ສະເໜີຕໍ່ພັກ, ລັດບັນດາແຜນນະໂຍບາຍ, ນະໂຍບາຍ, ສ້າງຄວາມສະດວກໃຫ້ແກ່ການພັດທະນາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີບັນດາສະມາຊິກຂອງກະຊວງ, ບັນດາວິສາຫະກິດ ແລະ ອົງການທີ່ກ່ຽວຂ້ອງ ຍົກອອກບັນຫາຂໍ້ຕິດຂັດ, ຄົງຄ້າງໃນການຄຸ້ມຄອງ ແລະ ເຄື່ອນໄຫວຢ່າງກົງໄປກົງມາ, ຈາກນັ້ນ ສະເໜີບັນດາມາດຕະການແກ້ໄຂ ເພື່ອໃຫ້ວຽກງານຄຸ້ມຄອງມີປະສິດທິຜົນກ່ວາ, ພິເສດແມ່ນ ສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການພັດທະນາເຕັກໂນໂລຊີຂໍ້ມູນຂ່າວກໍ່ຄືສື່ມວນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ