ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກພົບປະກັບຄະນະຜູ້ແທນສະມາຄົມມູນເຊື້ອເສັ້ນທາງໂຮ່ຈິມີນ

(VOVWORLD) -ຕອນບ່າຍວັນທີ 21 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພົບປະກັບຄະນະຜູ້ແທນເສັ້ນທາງໂຮ່ຈິມີນບົນທະເລ

ຕາງຫນ້າໃຫ້ພະນັກງານ, ນັກຮົບນັບພັນໆຄົນທີ່ປະຕິບັດຫນ້າທີ່ຢູ່ເສັ້ນທາງບົນທະເລທີ່ໃຊ້ຊື່ ປະທານໂຮ່ຈີມີນ ຢູ່ ທັງສາມພາກ ພາກເຫນືອ, ພາກກາງ ແລະ ພາກໃຕ້ ໃນໄລຍະຕໍ່ຕ້ານຕ້ານຈັກກະພັດອາເມລິກາ. ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມເຄົາລົບນັບຖືກ່ຽວກັບບັນດາພະນັກງານ, ນັກຮົບ ມີຜົນງານການສູ້ຮົບພິເສດສຳລັບປະຫວັດສາດຂອງປະເທດຊາດ, ປະກອບສ່ວນໃຫຍ່ຫລວງເຂົ້າໃນການປະຕິບັດແນວທາງສົງຄາມປະຊາຊົນຂອງພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈິມີນ, ປະກອບສ່ວນບໍ່ແມ່ນຫນ້ອຍເຂົ້າໃນການປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ