ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ ເລີ່ມຕົ້ນການຢ້ຽມຢາມ ອາເມລິກາ

ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ ເລີ່ມຕົ້ນການຢ້ຽມຢາມ ອາເມລິກາ - ảnh 1
ທ່ານ​ນາຍົກລັດຖະມົນຕີ  Benjamin Netanyahu
ຈະມີ​ການ​ພົບ​ປະ​ກັບ​ທ່ານ Donald Trump
(ພາບ: Reuters)

(vovworld) – ​​ ຕອນ​ເຊົ້າ​ວັນ​ທີ 14/02 ທ່ານ​ນາຍົກລັດຖະມົນຕີ ອິດສະຣາ​ແອັນ Benjamin Netanyahu ​ໄດ້​ມາ​ຮອດ ວໍ​ຊິງ​ຕັນ ​ໃນ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ ​ເປັນ​ຄັ້ງ​ທຳ​ອິດ ນັບ​ແຕ່​ເມື່ອ​ທ່ານ​ປະທາ​ນາ​ທິບໍດີ Donald Trump ຮັບ​ດຳລົງ​ຕຳ​ແໜ່​ງ​ໃນ​ວັນ​ທີ 20/01. ຕາມ​ແຜນການ, ກ່ອນ​ທີ່​ພົບ​ປະ​ກັບ​ທ່ານ​ປະທານາ​ທິບໍດີ Donald Trump ​ໃນ​ວັນ​ທີ 15/02, ທ່ານ​ນາຍົກລັດຖະມົນຕີ ອິດສະຣາ​ແອັນ Benjamin Netanyahu ຈະມີ​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Rex Tillerson ​ໃນ​ວັນ​ທີ 14/02. ທ່ານ​ນາຍົກລັດຖະມົນຕີ ອິດສະຣາ​ແອັນ Benjamin Netanyahu ກໍ່ຄາດ​ຄະ​ເນ​ວ່າ ຈະພົບ​ປະ​ກັບ​ວົງ​ການ​ການ​ນຳ​ຂອງ​ພັກ​ປະຊາທິປະ​ໄຕ ​ແລະ ພັກສາ​ທາ​ລະນະ.

        ການ​ພົບ​ປະລະ​ຫວ່າງທ່ານ​ນາຍົກລັດຖະມົນຕີ ອິດສະຣາ​ແອັນ Benjamin Netanyahu ​ແລະ ທ່ານ​ປະທານາ​ທິບໍດີ Donald Trump ຈະ​ສຸມ​ໃສ່​ຫລາຍ​ບັນຫາ​ທີ່ພົ້ນ​ເດັ່ນ​​ໃນ​ການ​ພົວພັນຂອງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ລວມມີ​​ໂຄງການ​ນິວ​ເຄຼຍ ອີຣານ, ການປະ​ທະ​ກັນ​ຢູ່ ຊີຣີ ​ແລະ ວິວັດ​ທະນະ​ການ​ສັນຕິພາບຢູ່​ຕາ​ເວັນ​ອອກ​ກາງ. ການ​ຢ້ຽມຢາມ ອາ​ເມ​ລິ​ກາ​ ຂອງ​ທ່ານ​ນາຍົກລັດຖະມົນຕີ ອິດສະຣາ​ແອັນ Benjamin Netanyahu ​ໃນຄັ້ງ​ນີ້ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ເປັນ​ການ​ເປີດ​ໜ້າປະຫວັດສາດ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພັນ​ທະ​ມິດ​ຍຸດ​ທະ​ສາດ​ນີ້.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ