ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບບັນດາຜູ້ແທນເຂົ້າຮ່ວມເວທີປາໄສຂັ້ນສູງ4.0

(VOVWORLD) -ຢູ່ນອກເວທີປາໄສຂັ້ນສູງ “ວິໄສທັດ ແລະ ຍຸດທະສາດພັດທະນາກະໂດດຂັ້ນໃນສະພາບການປະຕິບັດອຸດສາຫະກຳຄັ້ງທີ 4” ດຳເນີນໃນວັນທີ 12 ແລະ 13 ກໍລະກົດ ຢູ່ ຮ່າໂນ້ຍ. 
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບບັນດາຜູ້ແທນເຂົ້າຮ່ວມເວທີປາໄສຂັ້ນສູງ4.0 - ảnh 1ພາບປະກອບ

ຕອນບ່າຍວັນທີ 12 ກໍລະກົດຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະ ແລະ ເຮັດວຽກກັບບັນດາຜູ້ແທນເຂົ້າຮ່ວມເຫດການນີ້.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ດ້ວຍຜູ້ແທນເຂົ້າຮ່ວມເວທີປາໄສ ກວ່າ 1.800 ຄົນ ນີ້ແມ່ນສິ່ງສຳຄັນເພື່ອຊ່ວຍເວທີປາໄສປະສົບຜົນສຳເລັດ. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ ການປະຕິວັດອຸດສາຫະກຳ 4.0 ດຳເນີນໃນທົ່ວໂລກ, ໃນນັ້ນ ມີຫວຽດນາມ ແຕ່ຄວາມຮັບຮູ້ກ່ຽວກັບການປະຕິວັດນີ້ກໍ່ຄືການພ້ອມແລ້ວໃຫ້ການປະຕິວັດຍັງມີຫລາຍບັນຫາວາງອອກ. ທ່ານນາຍົກລັດຖະມົນຕີປາດຖະຫນາບັນດານັກປະຖະກະຖາ, ບັນດາຜູ້ແທນຫນູນຊ່ວຍຫວຽດນາມຊອກໄດ້ທິດກ້າວເດີນຢ່າງມີປະສິດທິຜົນໃນສະພາບການການປະຕິວັດອຸດສາຫະກຳ 4:

“ສິ່ງສຳຄັນທີ່ສຸດເຊິ່ງພວກຂ້າພະເຈົ້າບໍ່ພຽງແຕ່ຄວາມຮັບຮູ້ ຫາກຍັງແມ່ນມາດຕະການໃດເພື່ອໃຫ້ ຫວຽດນາມ ອາດສາມາດບັນລຸຜົນສຳເລັດໃນການປະຕິວັດ 4.0, ຍ້ອນເງື່ອນໄຂຂອງ ຫວຽດນາມ ທີ່ຍັງມີສິ່ງກີດຂວາງຫຼາຍຢ່າງ. ຍ້ອນເຫດນັ້ນ, ຂ້າພະເຈົ້າສະເໜີໃຫ້ພວກທ່ານຍົກອອກບັນດາເນື້ອໃນຫຼັກແຫຼ່ງຂອງການປະຕິວັດອຸດສາຫະກຳ 4.0, ເພື່ອຈາກເວທີປາໄສສຳຄັນນີ້ເຂົ້າໃຈໄດ້ທາດແທ້ຢ່າງຄົບຖ້ວນ. ບັນດາກາລະໂອກາດ, ສິ່ງສະດວກ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ວາງອອກສຳລັບ ຫວຽດນາມ ແລະ ສິ່ງສຳຄັນທີ່ສຸດແມ່ນບັນດາແຜນນະໂຍບາຍ, ນະໂຍບາຍ, ມາດຕະການເພື່ອໃຫ້ ຫວຽດນາມ ເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳ 4.0. ຄວາມສຳຄັນແມ່ນໃຜກໍ່ຮູ້, ແຕ່ມາດຕະການເພື່ອໝູນໃຊ້ຢູ່ ຫວຽດນາມ ແມ່ນບັນຫາໃຫຍ່.”

ຕອບກັບ

ຂ່າວ/ບົດ​ອື່ນ