ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະສັງສັນກັບປັນຍາຊົນ, ນັກວິທະຍາສາດເນື່ອງໃນໂອກາດບຸນເຕັດປີກຸນ 2019

(VOVWORLD) -ຕອນເຊົ້າວັນທີ 29 ມັງກອນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະ ອວຍພອນບຸນເຕັດ ປັນຍາຊົນ, ນັກວິທະຍາສາດ 300 ຄົນທີ່ຕາງຫນ້າໃຫ້ບັນດາປັນຍາຊົນ, ນັກວິທະຍາສາດໃນທົ່ວປະເທດ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະສັງສັນກັບປັນຍາຊົນ, ນັກວິທະຍາສາດເນື່ອງໃນໂອກາດບຸນເຕັດປີກຸນ 2019 - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະສັງສັນກັບປັນຍາຊົນ, ນັກວິທະຍາສາດເນື່ອງໃນໂອກາດບຸນເຕັດປີກຸນ2019

ພາບ:Chinhphu.vn

ກ່າວຄຳເຫັນນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນຫນັກເຖິງບົດບາດສຳຄັນຂອງວິທະຍາສາດເຕັກໂນໂລຊີ ສຳລັບການພັດທະນາປະເທດຊາດ ແລະ ປາດຖະຫນາ ໃນການພົບປະຄັ້ງນີ້ຢາກໄດ້ຮັບຟັງຄຳເຫັນປະກອບຂອງບັນດາປັນຍາຊົນ, ນັກວິທະຍາສາດໃນບັນດາຂົງເຂດ.

ບັນດານັກວິທະຍາສາດຕີລາຄາສູງເລື່ອງພັກ, ລັດ ຖືການພົບປະກັບປັນຊາຊົນ, ນັກວິທະຍາຊາດເປັນສຳຄັນ ແລະ ຈັດການພົບປະ, ໂອ້ລົມສົນທະນາກັບປັນຍາຊົນ, ນັກວິທະຍາສາດເປັນປະຈຳ ແມ່ນການລະດົມກຳລັງໃຈເພື່ອໃຫ້ປັນຍາຊົນ, ນັກວິທະຍາສາດ ອອກແຮງປະກອບສ່ວນໃຫ້ແກ່ປະເທດຊາດ. ເນື່ອງໃນໂອກາດນີ້ ບັນດານັກວິທະຍາສາດ ສະເຫນີ ລັດຖະບານ ຈົ່ງມີກົນໄກຊ່ວຍເຊື່ອມຕໍ່ລະຫວ່າງ ວິສາຫະກິດ ແລະ ບັນດານັກວິທະຍາສາດ ເພື່ອໃຫ້ບັນດາຜະລິດຕະພັນຈາກການຄົ້ນຄ້ວາໄດ້ນຳໃຊ້ໃນຕົວຈິງ, ຍົກສູງກຳລັງຄວາມສາມາດ, ຄຸນນະພາບຂອງຜະລິດຕະພັນ. ພ້ອມກັນນັ້ນ ແມ່ນກົນໄກດຶງດູດບັນດານັກວິທະຍາສາດຫວຽດນາມ ຈາກຕ່າງປະເທດກັບເມືອເຮັດວຽກ ແລະ ອຸທິດສ່ວນໃຫ້ແກ່ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ